ອິນເດຍແລະອິນໂດເນເຊຍຮຽກຮ້ອງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ

ອິນເດຍແລະອິນໂດເນເຊຍຮຽກຮ້ອງແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1
ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo
 ​ແລະ ທ່ານ​ນາຍົກລັດຖະມົນຕີ Narendra Modi
(ພາບ: EPA/TTXVN)

(vovworld) – ​ ​ວັນ​ທີ 12/12 ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ​ໄປ​ເຖິງ​ນະຄອນຫລວງ New Delhi, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດ​ຖະກິດ​​ປະ​ເທດ ອິນ​ເດຍ ຢ່າງ​​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 12 – 13/12. ທີ່​ການ​ເຈລະຈາ​ລະຫວ່າງ​ທ່ານ​ປະທານາທິບໍດີ Widodo ​ແລະ ທ່ານ​ນາຍົກລັດຖະມົນຕີ Narendra Modi ການ​ນຳ 2 ປະ​ເທ​ດ​ລ້ວນ​ແຕ່​ເນັ້ນ​ໜັກ​​ເຖິງຄວາມ​ຈຳ​ເປັນ​ຕ້ ສຳລັບ​ບັນດາ​ສິ​ດ​ເສລີ​ໃນ​ການ​ເດີນ​ທະ​ເລ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​​ຮ່ວມ​ມື​ໃນການ​ເດີນ​ທະ​ເລ​ໃຫຍ່​ກ່ວາ. ​ແຈ້ງ​ການຮ່ວມ​ພາຍຫລັງ​ການ​ພົບ​ປະ​ຊີ້​ແຈ້ງວ່າ: “​ໂດຍ​ແມ່ນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ບ້ານ​ໃກ້​ເຮືອນ​ຄຽງ​ບົນ​ທະ​ເລ, ການ​ນຳ 2 ທ່ານ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລື່ອງປັບປຸງ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ກ່ວາ​ອີກ”. ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ 2 ຝ່າຍ​ໄດ້​ເນັ້ນ​ໜັກ​​ເຖິງຄວາມ​ສຳຄັນ​ຂອງ​ເລື່ອງ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ດ້ວຍ​ບັນ​ດາ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ຫຼັກການ​ກົດ​ໝາຍ​ສາກົນ ​ເຊິ່ງ​​ໄດ້​ຮັບ​ການ​ຮັບຮອງ​ຈາກ​ໂລກ.

ຂ່າວ/ບົດ​ອື່ນ