ອິນເດຍໃຫ້ສັດຕະຍາບັນສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ອິນເດຍໃຫ້ສັດຕະຍາບັນສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
(ພາບ​ປະ​ກອບ: AFP)

(vovworld) - ​​ວັນ​ທີ 02/10, ລັດ​ຖະ​ບານ​ອິນ​ເດຍ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ເປັນ​ທາງ​ການ, ນຳ​ອິນ​ເດຍ ກາຍເປັນ​ປະ​ເທດ​ທີ 62 ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ຍຸດ​ທະ​ສາດ​ທົ່ວ​ໂລກນີ້. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ອິນ​ເດຍ Anil Madhax Dave ໄດ້​ຕີ​ລາ​ຄາ​ວ່າ ນີ້​ແມ່ນ​ບາດ​ກ້າວ​ໃຫຍ່​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີມ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຝ​ລັ່ງ, ປະ​ເທດ​ເຈົ້າ​ພາບ​​ຈັດກອງ​ປະ​ຊຸມ​ຄັ້ງ​ທີ 21 ​ສົນ​ທິສັນ​ຍາ​ແມ່​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP 21), ໄ​ດ້​​ຊົມ​ເຊີຍອິນ​ເດຍ ໂດຍ​ທັນ​ທີ. ໃນ​ຖະ​ແຫຼງ​ການ​ຈາກ​ປາ​ຣີ, ປະ​ທານ COP 21, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ຝ​ລັ່ງ Segolene Royal ເນັ້ນ​ໜັກວ່າ, ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂອງ​ອິນ​ເດຍ ອະ​ນຸ​ຍາດ​ໃຫ້​ສັນ​ຍາມີ​ຜົນ​ສັກ​ສິດ​ໂດຍ​ໄວ, ເໝາະ​ສົ​ມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ COP.

ຂ່າວ/ບົດ​ອື່ນ