ອິນເດຍໃຫ້ສັດຕະຍາບັນອະນຸສັນຍາປັບປຸງສັນຍາຫລີກລ້ຽງການເກັບພາສີຊ້ອນສຳລັບຫວຽດນາມ

ອິນເດຍໃຫ້ສັດຕະຍາບັນອະນຸສັນຍາປັບປຸງສັນຍາຫລີກລ້ຽງການເກັບພາສີຊ້ອນສຳລັບຫວຽດນາມ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ
Narendra Modi
ພາບ:internet

(vovworld)-  ​​ອະ​ນຸ​ສັນ​ຍາ​ປັບ​ປຸງ​ສັນ​ຍາ​ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ ໄດ້​ຍົກ​ອອກ​ໃນ​ວັນ​ທີ 7/10 ໂດຍ​ກຳ​ນົດ​ບັນ​ດາ​ມາດ​ຕະ​ຖານ​ຊື່ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ສາ​ກົນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາ​ສີ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ໃນ​ນັ້ນ ມີ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ ທະ​ນາ​ຄານ. ​ອະ​ນຸ​ສັນ​ຍາ ກໍ​ໄດ້​ກຳ​ນົດ​ຂໍ້​ມູນ​ຂ່າ​ວ​ສານ​ຈາກ ຝ່າຍ​ຫວຽດ​ນາມ ທີ່​ກ່ຽວ​ຂ້ອງ​ເຖິງ​ພົນ​ລະ​ເມືອງ ອິນ​ເດຍ ອາດ​ຈະ​ໄດ້​ແບ່ງ​ປັນ​ກັບ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ ເມື່ອ​ອົງ​ການ​ມີ​ສິດ​ອຳ​ນາດ​ຂອງ​ຫວຽດ​ນາມ ແລະ ອິນ​ເດຍ ອະ​ນຸ​ຍາດ.  ​ສັນ​ຍາຫລີກ​ລ້ຽງ​ການ​ເກັບ​ພາ​ສີ​ຊ້ອນ​ປະ​ຈຸ​ບັນ ລະ​ຫວ່າງ ອິນ​ເດຍ ແລະ ຫວຽດ​ນາມ ໄດ້​ລົງ​ນາມ​ເມື່ອ​ປີ 1994, 2 ປະ​ເທດລ້ວນ​ແຕ່​ເຫັນ​ດີ ປັບ​ປຸງ ມາ​ດ​ຕາ 27 ກ່ຽວ​ກັບ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າ​ວ​ສານ ຂອງ  ​ສັນ​ຍາ​ດັ່ງ​ກ່າວ ລະ​ຫວ່າງ​ ອິນ​ເດຍ ແລະ ຫວຽດ​ນາມ ເພື່ອ​ຕອບ​ສະ​ຫນອ​ງ​ບັນ​ດາ​ມາດ​ຕະ​ຖານ​ສາ​ກົນ, ເພີ່ມ​ເຕີມ​ມາດ​ຕາ​ໃຫມ່ ກ່ຽວ​ກັບ​ການ​ຫນູນ​ຊ່ວຍ​ເກັບ​ພາ​ສີ ແລະ ຕັດ​ສິນ​ຍົກ​ອອກ​ອະ​ນຸ​ສັນ​ຍາ​ສະ​ບັບ​ປັບ​ປຸງ​ເພື່ອ​ຈຸດ​ປະ​ສົງ​ນີ້.

ຂ່າວ/ບົດ​ອື່ນ