ອິນ​ໂດ​ເນ​ເຊຍ ກະ​ຕຸກ​ຊຸກ​ຍູ້​ຈີນ ຈົ່ງ​ເຄົາ​ລົບ UNCLOS

(VOVWORLD) -  ອິນໂດເນເຊຍ ສະແດງຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງທີ່ປິນຂັ້ນໄດ້ຢູ່ທະເລຕາເວັນອອກ ແລະ ກະຕຸກຊຸກຍູ້ ຈີນ ຈົ່ງປະຕິບັດຕາມກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS), ເພື່ອແນໃສ່ແກ້ໄຂການຂັດແຍ້ງກັນ.

       ນີ້ແມ່ນໜຶ່ງໃນບັນດາເນື້ອໃນໂດຍທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ຍົກອອກມາທີ່ກອງປະຊຸມທາງອອນລາຍ ເມື່ອວັນທີ 30 ກໍລະກົດ ກັບຄູ່ຕຳແໜ່ງຂອງ ຈີນ ທ່ານ ຫວາງອີ່. ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ເນັ້ນໜັກວ່າ ຈີນ ໃນຖານະເປັນຝ່າຍໜຶ່ງທີ່ໄດ້ລົງນາມໃນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ TAC, ຄວນປະຕິບັດຕາມກົດແຫ່ງການປະພຶດ ເມື່ອແກ້ໄຂບັນດາການຂັດແຍ່ງກັນຢູ່ທະເລຕາເວັນອອກກັບບັນດາປະເທດໃນພາກພື້ນ.

        ທ່ານນາງ Retno Marsudi ຍັງຖືວ່າ ການເຈລະຈາແມ່ນວິທີດີທີ່ສຸດເພື່ອແກ້ໄຂການປະທະກັນ, ພ້ອມທັງຊີ້ແຈ້ງເຖິງຫຼັກການສະເໝີຕົ້ນສະເໝີປາຍ ຊຶ່ງ ອິນໂດເນເຊຍ ໄດ້ຍົກສູງໃນການແກ້ໄຂການຂັດແຍ້ງທາງດ້ານເຂດນ້ຳແດນດິນ ແລະ ການຍາດຊີງສິດອຳນາດຢູ່ທະເລຕາເວັນອອກ ແມ່ນຕ້ອງເຄົາລົບກົດໝາຍສາກົນ ແລະ ຕ້ອງປະຕິບັດບັນດາກົດໝາຍສາກົນທີ່ກ່ຽວຂ້ອງ, ໃນນັ້ນມີທັງ UNCLOS 1982.

ຕອບກັບ

ຂ່າວ/ບົດ​ອື່ນ