ອິນໂດເນເຊຍ ກຽມພ້ອມໃຫ້ງານມະຫາກຳກິລາ ASIAD 2018

(VOVWORLD) - ASIAD 18 ຈະມີ 45 ຄະນະກິລາ ທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນຢູ່ພາກພື້ນ ອາຊີເຂົ້າຮ່ວມ ດ້ວຍນັກກິລາ ແລະ ຄູຝຶກປະມານ 15.000 ຄົນ ພ້ອມກັບນັກອາສາສະໝັກກ່ວາ 30.000 ຄົນ.  

ອິນໂດເນເຊຍ ກຽມພ້ອມໃຫ້ງານມະຫາກຳກິລາ ASIAD 2018 - ảnh 1 ສະໜາມກິລາ Gelora Bung Karno ໄດ້ຮັບການຍົກລະດັບເພື່ອຮັບໃຊ້ໃຫ້  ASIAD 18

(ພາບ: AFP/TTXVN)

ວັນທີ 2 ເມສາ, ຄະນະຈັດຕັ້ງງານມະຫາກຳກິລາອາຊີ ຄັ້ງທີ 18 (ASIAD 18) ຂອງປະເທດເຈົ້າພາບ ອິນໂດເນເຊຍ ໄດ້ຈັດຕັ້ງການປະຊຸມຂ່າວສາກົນເພື່ອສະໜອງໃຫ້ບັນດານັກຂ່າວຂໍ້ມູນຂ່າວສານກ່ຽວກັບວຽກງານການຈັດຕັ້ງ, ສື່ມວນຊົນ, ບັນດາສະຖານທີ່ຈັດຕັ້ງງານມະຫາກຳກິລາ ອາຊີ ປີນີ້. ແຈ້ງການຂອງຄະນະຈັດຕັ້ງໃຫ້ຮູ້ວ່າ: ASIAD 18 ຈະມີ 45 ຄະນະກິລາ ທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນຢູ່ພາກພື້ນ ອາຊີເຂົ້າຮ່ວມ ດ້ວຍນັກກິລາ ແລະ ຄູຝຶກປະມານ 15.000 ຄົນ ພ້ອມກັບນັກອາສາສະໝັກກ່ວາ 30.000 ຄົນ.  

        ທ່ານ Buldansyah, ຮອງຜູ້ອຳນວຍການດ້ານສື່ສານ ແລະ ປະຊາສຳພັນຂອງຄະນະຈັດຕັ້ງ ASIAD ອິນໂດເນເຊຍ 2018 ໃຫ້ຮູ້ວ່າ: ບັນດາກິດຈະກຳຮັບໃຊ້ໃຫ້ແກ່ການແຂ່ງຂັນ ASIAD ໄດ້ປະຕິບັດສຳເລັດເກືອບ 100%. ນີ້ແມ່ນຄັ້ງທີ 2 ປະເທດນີ້ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາຂະໜາດໃຫຍ່ຂອງທະວີບ. ເຫດການຈະຈັດຕັ້ງແຕ່ວັນທີ 8 ສິງຫາ ຫາ ວັນທີ 2 ກັນຍາ ຈະມາເຖິງ, ລັດຖະບານ ອິນໂດເນເຊຍ ກຳນົດແມ່ນໜຶ່ງໃນບັນດາຈຸດສຸມໃນນະໂຍບາຍການຕ່າງປະເທດໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ