ອິນ​ໂດ​ເນ​ເຊຍ ຄ​ັດ​ຄ​້ານ​ເລື່ອງ​ຈີນ ລະ​ເມີດ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​ຢ່າງ​ແຮງ

(VOVWORLD) - ຄະນະປ້ອງກັນຄວາມສະຫງົບທະເລ ອິນໂດເນເຊຍ ໃຫ້ຮູ້ວ່າ ໃນລະຫວ່າງ ວັນທີ 19 – 24 ທັນວາມີ ກ່ຳປັ່ນຫາປາ ແລະ ກ່ຳປັ່ນຂອງກຳລັງປ້ອງກັນຝັ່ງທະເລຂອງຈີນຢ່າງໜ້ອຍ 63 ລຳ ໄດ້ເຂົ້າເຂດນ່ານທະເລ Natuna ຢ່າງຜິດກົດໝາຍ.

ມີ ກ່ຳປັ່ນປ້ອງກັນຝັ່ງທະເລຈີນຫຼາຍສິບລຳ ໄດ້ ນຳໄປປ້ອງກັນຮັກສາບັນດາກ່ຳປັ່ນຫາປາເພື່ອປະຕິບັດການກະທຳຫາປາແບບຜິດກົດໝາຍຢູ່ເຂດທະເລ ຊຶ່ງຈີນໄດ້ປະກາດວ່າ ແມ່ນສ່ວນໜຶ່ງຂອງ ເຂດຫາປາທີ່ມີມາແຕ່ດົນນານ.

        ຕໍ່ໜ້າບັນດາການກະທຳນີ້ຂອງ ຈີນ, ໃນວັນທີ 30 ທັນວາ, ກະຊວງການຕ່າງປະເທດຂອງ ອິນໂດເນເຊຍໄດ້ຮຽກຕົວ ເອກອັກຄະລັດຖະທູດ ຈີນປະຈຳ ຈາກາຕາ ມາແຈ້ງໃຫ້ຊາບກ່ຽວກັບການຄັດຄ້ານສຳລັບການກະທຳລະເມີດເຂດເສດຖະກິດຈຳເພາະຂອງປະເທດນີ້ຢ່າງແຮງ. ກະຊວງການຕ່າງປະເທດຂອງ ອິນໂດເນເຊຍ ໄດ້ຢັ້ງຢືນວ່າ ກ່ຳປັ່ນຫາປາ ແລະ ກ່ຳປັ່ນຕຳຫຼວດທະເລຂອງຈີນໄດ້ລະເມີດເຂົ້າເຂດທະເລ Natuna ເຊິ່ງຂຶ້ນກັບໝູ່ເກາະ Riau ຂອງ ອິນໂດເນເຊຍ ແລະ ມີການກະທຳຫາປາທີ່ຜິດກົດໝາຍ.

        ຕາມກະຊວງການຕ່າງປະເທດອິນໂດເນເຊຍແລ້ວ, ປະເທດນີ້ຍັງບໍ່ທັນມີເວລາໃດຮັບຮອງເອົາ “ເສັ້ນທາງ 9 ຕອນ” ຂອງ ຈີນຍ້ອນວ່າ ມັນຜິດກັບສັນຍາ ສປຊກ່ຽວກັບກົດໝາຍວ່າ ດ້ວຍທະເລ (UNCLOS) ແລະ ຄຳຕັດສິນຂອງສານທີ່ເປັນກຳມະການ ໃນປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ