ອິນ​ໂດ​ເນ​ເຊ​ຍ ຈັດ​ກອງ​ປະ​ຊຸມ​ຜູ້​ບັນ​ຊາ​ການ​​ກອງ​ທັບ​ເຮືອບັນ​ດາ​ປະ​ເທດ ອາ​ຊຽນ 2022 ຢູ່ ບ​າ​ລີ

(VOVWORLD) -ຈະຈັດກອງປະຊຸມຜູ້ບັນຊາການກອງທັບເຮືອບັນດາປະເທດ ອາຊຽນ (ANCM) 2022 ໃນວັນທີ 22 ສິງຫາ ຢູ່ Nusa Dua (ບາລີ).

ຕອນຄ່ຳວັນທີ 19 ສິງຫາ, ທ່ານຫົວໜ້າກອງບັນຊາການກອງທັບເຮືອ ອິນໂດເນເຊຍ Yudo Margono ແຈ້ງໃຫ້ຊາບວ່າ ຈະຈັດກອງປະຊຸມຜູ້ບັນຊາການກອງທັບເຮືອບັນດາປະເທດ ອາຊຽນ (ANCM) 2022 ໃນວັນທີ 22 ສິງຫາ ຢູ່ Nusa Dua (ບາລີ). ເນື້ອໃນຈຸດສຸມແມ່ນກອງປະຊຸມຈະປຶກສາຫາລືກ່ຽວກັບການດຳເນີນການຊ້ອມຮົບຮ່ວມລະຫວ່າງບັນດາປະເທດ ສະມາຊິກ ອາຊຽນ.

ບາງປະເທດສະມາຊິກ ອາຊຽນ, ລວມມີ ສິງກະໂປ ແລະ ມາເລເຊຍ ເຫັນດີຕໍ່ແຜນການຊ້ອມຮົບຮ່ວມແລ້ວ. ເຖິງຢ່າງໃດກໍຕາມ, ຕ້ອງມີບັນດາປະເທດອື່ນ ໃນອາຊຽນຮັບຮອງເອົາ. ຄາດວ່າ, ບັນດາປະເທດ ອາຊຽນ ກໍຈະດຳເນີນການຊ້ອມຮົບຮ່ວມໃນປີ 2023 ແລະ ບັນດາປະເທດນອກອາຊຽນ ຖ້າຫາກຢາກເຂົ້າຮ່ວມ ຕ້ອງໄດ້ຮັບຄວາມເຫັນດີຈາກບັນດາປະເທດ ສະມາຊິກ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ