ອ​ິນໂດ​ເນ​ເຊ​ຍ ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ການ​ນຳກະ​ຊວງ​ການ​ເງິນ ແລະ ທະ​ນາ​ຄານ​ສູນ​ກາງ G20

(VOVWORLD) -ໃນຖະແຫຼງການອອກວັນທີ 14 ກຸມພາ, ທ່ານ Perry Warjiyo, ຜູ້ວ່າການທະນາຄານສູນກາງ ອິນໂດເຊຍ ໃຫ້ຮູ້ວ່າ ກອງປະຊຸມຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາທີ່ພົ້ນເດັ່ນໃນປະຈຸບັນຄື ໄພເງິນເຟີ້
ອ​ິນໂດ​ເນ​ເຊ​ຍ ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ການ​ນຳກະ​ຊວງ​ການ​ເງິນ ແລະ ທະ​ນາ​ຄານ​ສູນ​ກາງ G20 - ảnh 1ພາບປະກອບ: th.boell.org

ກອງປະຊຸມລັດຖະມົນຕີກະຊວງການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມບັນດາປະເທດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ຈະໄດ້ຈັດຕັ້ງເປັນຄັ້ງທຳອິດ ໃນວັນທີ 17 – 18 ກຸມພາປີ 2022 ຢູ່ນະຄອນຫຼວງ ຈາກາຕາ ຂອງ ອິນໂດເນເຊຍ, ຊຶ່ງແມ່ນປະເທດທີ່ກຳລັງເປັນປະທານ G20. ໃນຖະແຫຼງການອອກວັນທີ 14 ກຸມພາ, ທ່ານ Perry Warjiyo, ຜູ້ວ່າການທະນາຄານສູນກາງ ອິນໂດເຊຍ ໃຫ້ຮູ້ວ່າ ກອງປະຊຸມຈະສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາທີ່ພົ້ນເດັ່ນໃນປະຈຸບັນຄື ໄພເງິນເຟີ້, ຫັນບັນດານະໂຍບາຍເປັນປົກກະຕິ ແລະ ເປັນດີຈີຕອນ ແນໃສ່ໜູນຊ່ວຍບັນດາປະເທດສະມາຊິກກຸ່ມຟື້ນຟູເສດຖະກິດ ພາຍຫຼັງ 2 ປີຖືກວິກິດການຫຼາຍຢ່າງຈາກໂລກລະບາດໂຄວິດ - 19. ນອກຈາກນັ້ນ, ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກໍ່ຈະປຶກສາຫາລືກ່ຽວກັບການພັດທະນາ ແລະ ຄວາມໝັ້ນຄົງຂອງຕະຫຼາດການເງິນທົ່ວໂລກ.

ກ່ອນນັ້ນ, ການນຳ ກະຊວງການເງິນ ແລະ ທະນາຄານສູນກາງ G20 ໄດ້ຈັດກອງປະຊຸມຈັດກຽມໃນ 2 ວັນ ຄືວັນທີ 15 ແລະ 16 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ