ອິນ​ໂດ​ເນ​ເຊຍ ຈະ​​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ​ເຂົ້າ​ເມືອງ​ຄືນ​ໃໝ່ໃຫ້​ແກ່​ພົນ​ລະ​ເມືອງ​ບັນ​ດາ​ປະ​ເທດ ອາ​ຊຽນ

(VOVWORLD) -  ໃນສະພາບທີ່ຈຳນວນຜູ້ຕິດເຊື້ອໂຄວິດ - 19 ໄດ້ມີທ່າອ່ຽງຫຼຸດລົງ, ລັດຖະບານ ອິນໂດເນເຊຍ ໄດ້ຕັດສິນໃຈປະຕິບັດນະໂຍບາຍຍົກເວັ້ນວິຊາເຂົ້າເມືອງຄືນໃໝ່ສຳລັບແຂກທ່ອງທ່ຽວທີ່ມາຈາກບັນດາປະເທດ ອາຊຽນ.
ອິນ​ໂດ​ເນ​ເຊຍ ຈະ​​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຍົກ​ເວັ້ນ​ວິ​ຊາ​ເຂົ້າ​ເມືອງ​ຄືນ​ໃໝ່ໃຫ້​ແກ່​ພົນ​ລະ​ເມືອງ​ບັນ​ດາ​ປະ​ເທດ ອາ​ຊຽນ - ảnh 1ສະໜາມບິນສາກົນ Bali, ອິນໂດເນເຊຍ

 ນະໂຍບາຍຍົກເວັ້ນວິຊາເຂົ້າເມືອງມີກຳນົດເວລາເຖິງ 30 ວັນສຳລັບພົນລະເມືອງ ອາຊຽນ ເຂົ້າເມືອງ ອິນໂດເນເຊຍ ດ້ວຍຈຸດປະສົງໄປທ່ອງທ່ຽວ ທີ່ໄດ້ກຳນົດມາແຕ່ເດືອນກໍລະກົດ 2006, ແຕ່ຖືກຢຸດສະງັກນັບແຕ່ປີ 2020, ເມືຶ່ອພະຍາດໂຄວິດ - 19 ແຜ່ລະບາດ. ວັນທີ 4 ເມສາ, ພາຍຫຼັງກອງປະຊຸມລັດຖະບານຢູ່ ຈາກາກຕາ, ທ່ານ Airlangga Hartarto ລັດຖະມົນຕີປະສານງານເສດຖະກິດ ອິນໂດເນເຊຍ ໃຫ້ຮູ້ວ່າ ນອກຈາກການປະຕິບັດນະໂຍບາຍຍົກເວັ້ນວິຊາເຂົ້າເມືອງຄືນໃໝ່ ແລ້ວ, ອິນໂດເນເຊຍ ສືບຕໍ່ຜ່ອນຜັນຂໍ້ກຳນົດຕ່າງໆສຳລັບແຂກທ່ອງທ່ຽວສາກົນເມື່ອເຂົ້າເມືອງ. ຕາມນັ້ນແລ້ວ, ແຂກທ່ອງທ່ຽວຕ່າງປະເທດ ຈະບໍ່ຕ້ອງກວດ PCR ເມື່ອໄປຮອດ ອິນໂດເນເຊຍ, ຖ້າຫາກວ່າ ໄດ້ມີໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ແລະ ມີຜົນກວດ PCR ເປັນລົບກັບໂລກລະບາດໂຄວິດ - 19 ກ່ອນມື້ເຂົ້າເມືອງ ອິນໂດເນເຊຍ 2 ວັນ.

ນັກຂ່າວ VOV ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ