ອິນໂດເນເຊຍ ຈະສ້າງຕັ້ງຖານທັບໃໝ່ 4 ແຫ່ງ

(VOVWORLD) - ອິນໂດເນເຊຍ ຈະສ້າງຕັ້ງຖານທັບໃໝ່ 4 ແຫ່ງຢູ່ເຂດທາງທິດຕາເວັນອອກ ແນໃສ່ຍົກສູງກຳລັງຄວາມສາມາດກຽມພ້ອມການສູ້ຮົບ ແລະ ການສົມທົບກັນລະຫວ່າງ 3 ເຫຼົ່າທັບເຮືອ, ເຫຼົ່າທັບບົກ ແລະ ເຫຼົ່າທັບອາກາດຢູ່ບັນດາເຂດຊາຍແດນທະເລ.
ອິນໂດເນເຊຍ ຈະສ້າງຕັ້ງຖານທັບໃໝ່ 4 ແຫ່ງ - ảnh 1ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກຳລັງປະກອບອາວຸດ ອິນໂດເນເຊຍ  (ພາບ: THX/ TTXVN)

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກຳລັງປະກອບອາວຸດ ອິນໂດເນເຊຍ (TNI) ໃນວັນທີ 05 ຕຸລາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໃຫ້ຮູ້ວ່າ: ພາຍຫລັງເປີດສະຫຼອງຖານທັບທີ່ໝູ່ເກາະ Natuna ຢູ່ທະເລຕາເວັນອອກ, ຖານທັບ 4 ແຫ່ງອື່ນຈະໄດ້ຮັບການສ້າງຕັ້ງຢູ່ Biak, Merauke, Morotai ແລະ Saumlaki. ແລະກໍ່ໃນພິທີດັ່ງກ່າວ, ທ່ານປະທານາທິບໍດີ Joko Widodo ໃຫ້ຮູ້ວ່າ: ອິນໂດເນເຊຍ ພວມມານະພະຍາຍາມຍົກສູງກຳລັງຄວາມສາມາດສົມທົບກັນລະຫວ່າງບັນດາກຳລັງກອງທັບບົກ, ກອງທັບເຮືອ ແລະ ກອງທັບອາກາດ ແນໃສ່ແກ້ໄຂບັນດາໄພນາບຂູ່ດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ໃນນັ້ນ ມີລັດທິກໍ່ການຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ