ອິນໂດເນເຊຍ ຊຸກຍູ້ ອາຊຽນ ລົງທຶນສີຂຽວ

(VOVWORLD) - ອິນໂດເນເຊຍ ເຫັນໄດ້ເຖິງຄວາມຕ້ອງການກ່ຽວກັບການເງິນດ້ານພູມອາກາດໃນພາກພື້ນແມ່ນຕ້ອງໄດ້ກຳນົດໃຫ້ຈະແຈ້ງ
ອິນໂດເນເຊຍ ຊຸກຍູ້ ອາຊຽນ ລົງທຶນສີຂຽວ - ảnh 1ທ່ານນາງລັດຖະມົນຕີການເງິນ ອິນໂດເນເຊຍ Sri Mulyani
(ພາບ:Reuters)

ອິນໂດເນເຊຍ ຊຸກຍູ້ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຜ່ານການຮຽບຮຽງເອກະສານການຈັດແບ່ງສີຂຽວ ຄືເປັນບ່ອນອີງໃຫ້ການແນະນຳການລົງທຶນສີຂຽວ, ພັດທະນາແບບຍືນຍົງໃນພາກພື້ນ.

        ກ່າວຄຳເຫັນທີ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ໃນວັນທີ 2 ເມສາ, ທ່ານນາງລັດຖະມົນຕີການເງິນ ອິນໂດເນເຊຍ Sri Mulyani ໃຫ້ຮູ້ວ່າ: ອິນໂດເນເຊຍ ເຫັນໄດ້ເຖິງຄວາມຕ້ອງການກ່ຽວກັບການເງິນດ້ານພູມອາກາດໃນພາກພື້ນແມ່ນຕ້ອງໄດ້ກຳນົດໃຫ້ຈະແຈ້ງ. ຕາມນັ້ນແລ້ວ, ອົງການບໍລິການການເງິນ ອິນໂດເນເຊຍ (OJK) ໄດ້ກະກຽມເອກະສານການຈັດແບ່ງສີຂຽວເປັນພື້ນຖານແນະນຳການລົງທຶນສີຂຽວ. ເອກະສານນີ້ອາດຈະນຳໃຊ້ເພື່ອເປັນເອກະສານອ້າງອີງໃຫ້ແກ່ບັນດາປະເທດ ຄືດັ່ງສ່ວນໜຶ່ງຂອງຄວາມມານະພະຍາຍາມກະທຳລະອຽດຂອງ ອິນໂດເນເຊຍ ເພື່ອແນໃສ່ຫລຸດຜ່ອນປະລິມານອາຍພິດ. ນີ້ໄດ້ຮັບຖືວ່າ ແມ່ນຄວາມມານະພະຍາຍາມຫລຸດຜ່ອນອາຍພິດເຮືອນແກ້ວຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ