ອິນ​ໂດ​ເນ​ເຊຍ ຊຸກ​ຍູ້​ຂໍ້​ລິ​ເລີ່ມການ​ໂອ້​ລົມ​ສົນ​ທະ​ນາດ້ານ​ສິດ​ທິມະ​ນຸດ ອາ​ຊຽນ 2023

(VOVWORLD) - ການໂອ້ລົມສົນທະນາດ້ານສິດທິມະນຸດ ອາຊຽນ ຄັ້ງທຳອິດໄດ້ຮັບການຈັດຂຶ້ນໃນປີ 2013 ໂດຍ ອິນໂດເນເຊຍ ລີ້ເລີ່ມ.
ອິນ​ໂດ​ເນ​ເຊຍ ຊຸກ​ຍູ້​ຂໍ້​ລິ​ເລີ່ມການ​ໂອ້​ລົມ​ສົນ​ທະ​ນາດ້ານ​ສິດ​ທິມະ​ນຸດ ອາ​ຊຽນ 2023 - ảnh 1ພາບປະກອບ: Theaseanmagazine

ອິນໂດເນເຊຍ ຊຸກຍູ້ການປຶກສາຫາລືເປີດບັນດາບັນຫາກ່ຽວກັບສິດທິມະນຸດ ຢູ່ການໂອ້ລົມສົນທະນາ ດ້ານສິດທິມະນຸດ ອາຊຽນ ປີ 2023. ໃນແຈ້ງການສື່ມວນຊົນ ທີ່ໄດ້ຍົກອອກມາໃນວັນທີ 3 ພຶດສະພາ, ຢູ່ ຈາກາຕາ, ທ່ານ Teuku Faizasyah ໂຄສົກກະຊວງການຕ່ງປະເທດ ອິນໂດເນເຊຍ ເນັ້ນໜັກວ່າ ການໂອ້ລົມສົນທະນາດ້ານສິດທິມະນຸດ ອາຊຽນ 2023 ແມ່ນຂໍ້ລິເລີ່ມຂອງ ອິນໂດເນເຊຍ ໂດຍບັນດາປະເທດ ອາຊຽນ ສະໜັບສະໜູນ. ນີ້ໄດ້ຮັບຖືວ່າແມ່ນພື້ນຖານການໂອ້ລົມສົນທະນາ ເປີດເຜີຍ ແລະ ໂປ່ງໃສ ເພື່ອປຶກສາຫາລືກ່ຽວກັບບັນດາບັນຫາສິດທິມະນຸດ ໃນພາກພື້ນ. ຂໍ້ລິເລີ່ມນີ້ຈະປະກອບສ່ວນສ້າງສະພາບແວດລ້ອມແຫ່ງການເຮັດວຽກຢ່າງມີຄວາມສະເໝີພາບ ໃຫ້ແກ່ຊາວຜູ້ອອກແຮງງານຕ່າງປະເທດ, ປົກປ້ອງຜູ້ປະສົບເຄາະຮ້າຍຈາກລັດທິຫົວຮຸນແຮງ, ຊອກຫາວິທີການແກ້ໄຂບັນຫາການຄ້າມະນຸດ ແລະ ສະພາບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ.

ການໂອ້ລົມສົນທະນາດ້ານສິດທິມະນຸດ ອາຊຽນ ຄັ້ງທຳອິດໄດ້ຮັບການຈັດຂຶ້ນໃນປີ 2013 ໂດຍ ອິນໂດເນເຊຍ ລີ້ເລີ່ມ. ປີ 2022, ການໂອ້ລົມສົນທະນາດ້ານສິດທິມະນຸດ ອາຊຽນ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ກຳປູເຈຍ ແລະ ອິນໂດເນເຊຍ. ບັນດາຝ່າຍໄດ້ແບ່ງບັນບັນດາໂຄງການ ແລະ ການເຄື່ອນໄຫວແຫ່ງຊາດ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ, ຄືປົກປ້ອງສິດຂອງແມ່ຍິງ ແລະ ສິດທິເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ