ອິນ​ໂດ​ເນ​ເຊຍ ຊັ່ງ​ຊາ​ຜົນ​ປະ​ໂຫຍດ​ຂອງ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ BRICS

(VOVWORLD) - ທ່ານນາງ Retno Marsudi ເນັ້ນໜັກເຖິງ ຫຼັກການທີ່ ອິນໂດເນເຊຍ ກຽມພ້ອມ ທີ່ຈະຮ່ວມມືກັບບັນດາຝ່າຍ ເຊິ່ງເປັນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. 
ອິນ​ໂດ​ເນ​ເຊຍ ຊັ່ງ​ຊາ​ຜົນ​ປະ​ໂຫຍດ​ຂອງ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ BRICS - ảnh 1ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ (ພາບ: TEMPO)

ວັນທີ 4 ມັງກອນ, ທ່ານນາງ Retno Marsudi ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ ພວມຊັ່ງຊາຜົນປະໂຫຍດເມື່ອເຂົ້າເປັນສະມາຊິກຂອງກຸ່ມບັນດາພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນຂຶ້ນ, ລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາບຟຼິກກາໃຕ້ (BRICS).

ທ່ານນາງ Retno Marsudi ເນັ້ນໜັກເຖິງ ຫຼັກການທີ່ ອິນໂດເນເຊຍ ກຽມພ້ອມ ທີ່ຈະຮ່ວມມືກັບບັນດາຝ່າຍ ເຊິ່ງເປັນການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຕາມທ່ານນາງ Retno Marsudi ແລ້ວ, ອິນໂດເນເຊຍ ຍາມໃດກໍ່ມີການຄິດໄລ່ຢ່າງລະມັດລະວັງໃນນະໂຍບາຍ ການຕ່າງປະເທດຂອງຕົນ, ດັ່ງນັ້ນ ຈະບໍ່ມີການຕັດສິນໃດແບບບັງເອີນ ໄດ້ຍົກອອກມາ. ນີ້ແມ່ນທັດສະນະ ພື້ນຖານເມື່ອ ອິນໂດເນເຊຍ ຊັ່ງຊາ ການເຂົ້າເປັນສະມາຊິກຂອງອົງການຈັດຕັ້ງສາກົນ.

ອິນໂດເນເຊຍ ມີການພົວພັນດ້ານການຄ້າທີ່ດີກັບແຕ່ລະປະເທດ ສະມາຊິກ BRICS, ພິເສດແມ່ນກັບ ຈີນ ແລະ ອິນເດຍ. ດັ່ງນັ້ນ, ທ່ານນາງ Retno Marsudi ລັດຖະມົນຕີ  ຢັ້ງຢືນວ່າ ເຖິງວ່າ ອິນໂດເນເຊຍ ຍັງບໍ່ເຂົ້າເປັນສະມາຊິກຂອງ BRICS ກໍ່ຕາມ ແຕ່ ການພົວພັນຂອງ ອິນໂດເນເຊຍ ກັບແຕ່ລະປະເທດສະມາຊິກຍັງໄດ້ຮັບການຮັກສາເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ