ອິນໂດເນເຊຍ ດຳເນີນ ການເລືອກຕັ້ງປະທານາທິບໍດີ

ອິນໂດເນເຊຍ ດຳເນີນ ການເລືອກຕັ້ງປະທານາທິບໍດີ - ảnh 1
ທ່ານ Prabowo Subianto ແລະ ​ທ່ານ Joko Widodo
(ພາບ: nasional.inilah.com)


(vovworld) –  ​ໃນ​ວັນ​ທີ 09/07, ປະຊາຊົນ ອິນ​ໂດ​ເນ​ເຊຍ ​ໄດ້​ເລີ່​ມ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ເພື່ອ​​ເລືອກ​ຕັ້ງ​ປະທານາທິບໍດີ​ຄົນ​ໃໝ່. ​ໃນ​ຈຳນວນ​ພົນລະ​ເມືອງຂອງ​ປະ​ເທດ​ນີ້​ກວ່າ 240 ລ້ານ​ຄົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ເກນ​ອາຍຸ​ແຕ່ 17 ປີ​ຂຶ້ນ​ໄປ ກວ່າ 190 ລ້ານ​ຄົນ ຈະ​ປະຕິບັດ​ພັນທະ ​ແລະ ສິດ​ພົນລະ​ເມືອງ​ຂອງ​ຕົນ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້. ຜູ້ຮັບ​ສະໝັກ​​ເລືອກ​ຕັ້ງ 2 ທ່ານ ​ແມ່ນ​ທ່ານ Joko Widodo, ອະ​ດີດຜູ້​ວ່າການ​ລັດ ຈາ​ກາ​ຕາ, ອາຍຸ 53 ປີ ​ແລະ ທ່ານ Prabowo Subianto, ອະດີດ​ຜູ້​ບັນຊາ​ການ​ບັນດາ​ກຳລັງ​ປະກອບ​ອາວຸດ, ອາຍຸ 63 ປີ ​ໄດ້​ຮັບສະໝັກ​​ເລືອກ​ຕັ້ງ​ເປັນ​ການ​ນຳ​ສູງ​ສຸດ​ຂອງ​ປະ​ເທດ​ນີ້. ຕາມ​ໝາກຜົນ​ການ​ຢັ່ງ​ຫາງ​ສຽງ​ກ່ອນການ​ເລືອກ​ຕັ້ງ, ຜູ້​ຮັບສະໝັກ​​ເລືອກ​ຕັ້ງ 2 ທ່ານ​ນີ້ໄດ້​ຮັບ​ການ​ສະໜັບສະໜູນ​ທຽບ​ເທົ່າ​ກັນ. ນີ້​ແມ່ນ​ການ​​ເລືອກ​ຕັ້ງ​ປະທານາທິບໍດີ​ໂດຍ​ກົງ​ຄັ້ງ​ທີ 3 ​ໃນ​ປະຫວັດສາດ​ຂອງອິນ​ໂດ​ເນ​ເຊຍ.

        ຕາມ​ແຜນການ, ໝາກຜົນ​ການ​ເລືອກ​ຕັ້ງ​ໂດຍ​ຄະນະ​ກຳມະການ​ເລືອກ​ຕັ້ງອິນ​ໂດ​ເນ​ເຊຍ ປະກາດ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 21 – 22/07, ຫຼັງ​ຈາກ​ນັ້ນ ຖ້າ​ມີບັນດາ​ການ​ໂຕ້​ຖຽງ​ກັນກ່ຽວ​ກັບ​ຜົນ​ຂອງ​ການ​ເລືອກ​ຕັ້ງຈະ​ໄດ້​ຍື່ນ​ຕໍ່​ສານ​ລັດຖະທຳ​ມະນູນ​ອິນ​ໂດ​ເນ​ເຊຍ ​ໃນ​ລະຫວ່າງ​ວັນ​ທີ 23 – 25/07. ຄາດ​ວ່າ, ປະທານາທິບໍດີ​ຄົນ​ໃໝ່ຈະສາບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 20/10.

ຂ່າວ/ບົດ​ອື່ນ