ອິນ​ໂດ​ເນ​ເຊຍ ຕັ້ງ​ໜ້າ​ໃນ​ບົດ​ບາດ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ແລະ G20

(VOVWORLD) -ເຖິງວ່າ ຍັງອີກ 3 ປີ ຈຶ່ງດຳເນີນໄປ, ແຕ່ວ່າ ອິນໂດເນເຊຍ ເຊິ່ງເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າ ໂລກ (G20) ແລະ ກອງປະຊຸມສຸດຍອດອາຊຽນ ປີ 2023,  ກໍ່ໄດ້ຍູ້ແຮງວຽກງານກະກຽມ. 
ອິນ​ໂດ​ເນ​ເຊຍ ຕັ້ງ​ໜ້າ​ໃນ​ບົດ​ບາດ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ແລະ G20 - ảnh 1

ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ແລະ ການເຈົ້າໜ້າທີ່ ລົງກວດກາສະພາບຕົວຈິງ ເຂດ ຕັ້ງນະຄອນຫຼວງໃໝ່ (ພາບ: AFP/TTXVN)

ໃນບົດກ່າວປາໄສໃນວັນທີ 20 ມັງກອນ, ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ໃຫ້ຮູ້ວ່າ ຄະນະຈັດຕັ້ງບັນດາເຫດການດັ່ງກ່າວ ໄດ້ ເລືອກເອົາ ເທດສະບານ Labuan Bajo ແມ່ນສະຖານທີ່ຈັດຕັ້ງ. ທ່ານ ປະທານາທິບໍດີ ອິນໂດເນເຊຍ Widodo ເນັ້ນໜັກເຖິງ ປະລິມານວຽກງານເຊິ່ງ ອິນໂດເນເຊຍ ຈະປະຕິບັດໃຫ້ສຳເລັດໃນທ້າຍປີນີ້ ແມ່ນໃຫຍ່ຫຼວງທີ່ສຸດ, ແຕ່ວ່າ ປະເທດນີ້ໄດ້ກະກຽມບັນດາລາຍການທັງໝົດແລ້ວ ນັບແຕ່ ພື້ນຖານໂຄງລ່າງ, ທິວທັດທຳມະຊາດ, ນ້ຳສະອາດຕະຫຼອດຮອດການຄວບຄຸມ ຂີ້ເຫຍື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ