ອິນ​ໂດ​ເນ​ເຊ​ຍ ທັບ​ມ້າງ ກົນ​ອຸ​ບາຍ ວາງ​ລະ​ເບີດກ່ອ​ນ​ດຳ​ເນີນ​ພິ​ທີສາ​ບ​ານ​ຕົວ​ຮັບ​​ຕ​ຳ​ແໜ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິບ​ໍ​ດີ Joko Widodo

(VOVWORLD) - ໃນຊຸມວັນທີ່ຜ່ານມາ, ຕຳຫຼວດຕ້ານການກໍ່ການຮ້າຍຂອງອິນໂດເນເຊຍ ໄດ້ສະກັດກັ້ນແຜນການວາງລະເບີດສະຫຼະຊີບ ຢູ່ບາງນະຄອນຂອງປະເທດນີ້ກ່ອນພິທີສາບານຕົວຮັບຕຳແໜ່ງຂອງທ່ານປະທານາທິບໍດີ Joko Widodo, ຄາດວ່າຈະ ດຳເນີນໃນວັນທີ 20 ຕຸລາຈະມາເຖິງ.
ອິນ​ໂດ​ເນ​ເຊ​ຍ ທັບ​ມ້າງ ກົນ​ອຸ​ບາຍ ວາງ​ລະ​ເບີດກ່ອ​ນ​ດຳ​ເນີນ​ພິ​ທີສາ​ບ​ານ​ຕົວ​ຮັບ​​ຕ​ຳ​ແໜ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິບ​ໍ​ດີ Joko Widodo - ảnh 1ຕຳຫຼວດອິນໂດເນເຊຍໄປລາດຕະເວັນຢູ່ຈາກາຕາ (ພາບ: AFP/TTXVN) 

ທ່ານ Joko Widodo ໄດ້ຮັບໄຊຊະນະໃນການເລືອກຕັ້ງຄືນໃໝ່ໃນອາຍຸການທີ 2 ຂອງການເລືອກຕັ້ງປະທານາທິບໍດີ ໃນວັນທີ 17 ເມສາທີ່ຜ່ານມາ.

        ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ໃນວັນທີ 15 ຕຸລາ, ທ່ານນາຍພົນ Dedi Prasetyo ໂຄສົກຕຳຫຼວດແຫ່ງຊາດ ອິນໂດເນເຊຍ ໃຫ້ຮູ້ວ່າ ຕຳຫຼວດຕ້ານການກໍ່ການຮ້າຍຂອງປະເທດນີ້ໄດ້ສະກັດກັ້ນແຜນການວາງລະເບີດສະຫຼະຊີບຢູ່ບາງນະຄອນກ່ອນດຳເນີນພິທີສາບານຕົວຮັບຕຳແໜ່ງຂອງທ່ານປະທານາທິບໍດີ Joko Widodo.

        ກ່ອນໜ້ານັ້ນ, ນັບແຕ່ເດືອນກັນຍາ, ກຳລັງຕ້ານການກໍ່ການຮ້າຍຂອງ ອິນໂດເນເຊຍ, Detachment 88 ໄດ້ຈັບຕົວ 27 ຄົນທີ່ຖືກສົງໄສວ່າແມ່ນຜູ້ກໍ່ການຮ້າຍໃນທົ່ວປະເທດ. ບັນດາຜູ້ຖືກສົງໄສເຫຼົ່ານັ້ນລ້ວນແຕ່ແມ່ນສະມາຊິກຂອງ ກຸ່ມ Jamaab Ansharut Daulah (JAD), ເປັນເຄືອຂ່າຍກໍ່ການຮ້າຍທີ່ກ່ຽວຂ້ອງເຖິງອົງການ  “ລັດອິດສະລາມ” (IS).

ຕອບກັບ

ຂ່າວ/ບົດ​ອື່ນ