ອິນໂດເນເຊຍ ນຳສະເໜີອອກຖະແຫຼງການ ອາຊຽນ ກ່ຽວກັບການຄ້ຳປະກັນສະບຽງອາຫານ

(VOVWORLD) - ບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນຊຸກຍູ້ ອາຊຽນ ກະທຳຢ່າງຮີບດ່ວນ, ທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອຍູ້ໄວ
 
ອິນໂດເນເຊຍ ນຳສະເໜີອອກຖະແຫຼງການ ອາຊຽນ ກ່ຽວກັບການຄ້ຳປະກັນສະບຽງອາຫານ - ảnh 1ພາບປະກອບ

ອິນໂດເນເຊຍ ໄດ້ນຳສະເໜີສ້າງຖະແຫຼງການບັນດາການນຳ ອາຊຽນ ເພື່ອແນໃສ່ເພີ່ມທະວີການຮ່ວມມືຍຸດທະສາດໃນການສ້າງກົນໄກເພີ່ມທະວີການຄ້ຳປະກັນສະບຽງອາຫານ, ລະບົບການສະໜອງພາກພື້ນ ແລະ ກະສິກຳແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ ອາຊຽນ ກ່ຽວກັບການເພີ່ມທະວີການເຊື່ອມໂຍງການຄ້ຳປະກັນສະບຽງອາຫານຈັດຂຶ້ນແບບທາງໄກ ໃນວັນທີ 17 ເມສາ, ທ່ານເລຂາທິການໃຫຍ່ ກະຊວງ ກະສິກຳ ອິນໂດເນເຊຍ  Kasdi Subagyono ໃຫ້ຮູ້ວ່າ:  ບັນດາສິ່ງທ້າທາຍທົ່ວໂລກໃນປະຈຸບັນຊຸກຍູ້ ອາຊຽນ ກະທຳຢ່າງຮີບດ່ວນ, ທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອຍູ້ໄວ ແລະ ປັບປຸງລະບົບສະບຽງອາຫານໃຫ້ມີປະສິດທິຜົນ, ຮອບດ້ານ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຍືນຍົງກ່ວາ.

        ຕາມທ່ານ Kasdi ແລ້ວ, ຖະແຫຼງການນີ້ອາດຈະປະກອບສ່ວນສ້າງຄວາມເປັນເອກະພາບກ່ຽວກັບບົດບາດຂອງບັນດາຂະແໜງການກ່ຽວຂ້ອງ ລວມມີ: ສະບຽງອາຫານ, ເສດຖະກິດ, ຄົມມະນາຄົມຂົນສົ່ງ ແລະ ການເງິນ. ສິ່ງນັ້ນໄດ້ສ້າງການຮ່ວມມືຢ່າງໜັກແໜ້ນ ແລະ ກຳລັງແຮງສັງລວມເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍລວມ. ຄາດວ່າ, ຖະແຫຼງການຈະໄດ້ຍົກອອກມາທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ໃນເດືອນ ກັນຍາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ