ອິນ​ໂດ​ເນ​ເຊຍ ​ນຳເສັ້​ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທຳ​ອິດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຂົ້າ​ເຄື່ອນ​ໄຫວ

(VOVWORLD) - ທ່ານປະທານາທິບໍດີ Joko Widodo ໃຫ້ຮູ້ວ່າເສັ້ນທາງລົດໄຟຈາກາຕາ Bandung ສ້າງຂີດໝາຍແຫ່ງການພັດທະນາຂອງຮູບແບບຍານພາຫະນະປະຈຳທາງນີ້ຢູ່ ອິນໂດເນເຊຍ ຕາມທິດທັນສະໄໝ, ມີປະສິດທິຜົນ ແລະ ເປັນມິດກັບສິ່ງແວດລ້ອມ.
ອິນ​ໂດ​ເນ​ເຊຍ ​ນຳເສັ້​ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ທຳ​ອິດ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຂົ້າ​ເຄື່ອນ​ໄຫວ - ảnh 1ພາບປະກອບ

ວັນທີ 2 ຕຸລາ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ປະກາດວ່າ ປະເທດນີ້ ໄດ້ນຳເສັ້ນທາງລົດໄຟຄວາມໄວສູງ ເຊື່ອມຕໍ່ນະຄອນຫຼວງ ຈາກາຕາ ກັບນະຄອນ Bandung ເຂົ້າເຄື່ອນໄຫວຢ່າງເປັນທາງການ. ນີ້ແມ່ນເສັ້ນທາງລົດໄຟຄວາມໄວສູງທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້.

ທີ່ພິທີ່ໄດ້ດຳເນີນຢູ່ນະຄອນຫຼວງ ຈາກາຈາ, ທ່ານປະທານາທິບໍດີ Joko Widodo ໃຫ້ຮູ້ວ່າເສັ້ນທາງລົດໄຟຈາກາຕາ Bandung ສ້າງຂີດໝາຍແຫ່ງການພັດທະນາຂອງຮູບແບບຍານພາຫະນະປະຈຳທາງນີ້ຢູ່ ອິນໂດເນເຊຍ ຕາມທິດທັນສະໄໝ, ມີປະສິດທິຜົນ ແລະ ເປັນມິດກັບສິ່ງແວດລ້ອມ. ໂຄງການເສັ້ນທາງລົດໄຟຄວາມໄວສູງນີ້ມີຍອດເງິນລົງທຶນ 7,3 ຕື້ USD ແລະ ມີລວງຍາວ 142 ກີໂລແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ