ອິນ​ໂດ​ເນ​ເຊຍ​ ພົບ​ເຫັນ​ກ່ຳ​ປັ່ນ​ຈີນ​ລ່ວງລະ​ເມີດເຂົ້າ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​

(VOVWORLD) -ວັນທີ 12 ມັງກອນ, ສື່ມວນຊົນ ອິນໂດເນເຊຍ ໄດ້ເອົາລົງຂ່າວວ່າ ບັນດາກ່ຳປັ່ນກອງທັບເຮືອຂອງປະເທດນີ້ ສືບຕໍ່ພົບເຫັນກ່ຳປັ່ນຕຳຫຼວດ ແລະ ກ່ຳປັ່ນຫາປາຂອງ ຈີນຫຼາຍລຳລ່ວງລະເມີດເຂົ້າເຂດເສດຖະກິດຈຳເພາະ (EEZ) ຂອງ ອິນໂດເນເຊຍ ຢູ່ ເຂດທະເລ Natuna. 
 ອິນ​ໂດ​ເນ​ເຊຍ​ ພົບ​ເຫັນ​ກ່ຳ​ປັ່ນ​ຈີນ​ລ່ວງລະ​ເມີດເຂົ້າ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​ - ảnh 1(ພາບປະກອບ: RK)

ການກະທຳລ່ວງລະເມີດອະທິປະໄຕນີ້ ໄດ້ເກີດຂຶ້ນມາເປັນເວລາ 4 ວັນພາຍຫຼັງການເດີນທາງກວດກາ ຂອງ ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ຢູ່ເມືອງ Natuna ຂຶ້ນກັບແຂວງໝູ່ເກາະ Riau ໃນວັນທີ 8 ມັງກອນ.

ໃນແຈ້ງການສື່ມວນຊົນພາຍຫຼັງການເດີນທາງໄປກວດກາໂດຍເຮືອບິນສອດແນມຂອງ ກອງທັບອາກາດ ອິນໂດເນເຊຍໃນວັນທີ 11 ມັງກອນ, ທ່ານ ພົນເຮືອເອກ Margono ເນັ້ນໜັກວ່າ ຖ້າຫາກ ບັນດາກ່ຳປັ່ນຫາປາຂອງ ຈີນຍັງສືບຕໍ່ລ່ວງລະເລີດເຂົ້າ ເຂດ EEZ ຂອງ ອິນໂດເນເຊຍ, ກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງ ອິນໂດເນເຊຍຈະກັກບັນດາກ່ຳປັ່ນນີ້ ແລະ ເອົາມາພິພາກສາຢູ່ສານ. ທ່ານ ພົນເຮືອເອກ Margono ໃຫ້ຮູ້ຕື່ມອີກວ່າ: ທ່ານ ປະທານາທິບໍດີ Joko Widodo ໄດ້ອອກຄຳສັ່ງໃຫ້ແກ່ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ອິນໂດເນເຊຍ ມີການກະທຳຢ່າງແຮງສຳລັບບັນດາການກະທຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ