ອິນໂດເນເຊຍ ຢັ້ງຢືນໄພທຳມະຊາດບໍ່ຜົນສະທ້ອນເຖິງກອງປະຊຸມສຸດຍອດ ຈີ 20

(VOVWORLD) - ທ່ານ Wayan Koster, ຜູ້ວ່າການລັດ ບາລີ, ປະເທດ ອິນໂດເນເຊຍ ໄດ້ຢັ້ງຢືນວ່າ: ໄພທຳມະຊາດທີ່ເກີດຂຶ້ນຢູ່ບາລີ ຈະບໍ່ສົ່ງຜົນສະທ້ອຍເຖິງການຈັດກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20)
ອິນໂດເນເຊຍ ຢັ້ງຢືນໄພທຳມະຊາດບໍ່ຜົນສະທ້ອນເຖິງກອງປະຊຸມສຸດຍອດ ຈີ 20 - ảnh 1ຕຳຫຼວດ ອິນໂດເນເຊຍ ໄດ້ຜັນຂະຫຍາຍພາລະກອນຈຳນວນ 5.000 ຄົນເພື່ອຮັບປະກັນຄວາມສະຫງົບໃຫ້ແກ່ບັນດາການເຄື່ອນໄຫວທີ່ກອງປະຊຸມສຸດຍອດ ຈີ 20
(ພາບ:AFP/TTXVN)

ວັນທີ 21 ຕຸລາ, ທ່ານ Wayan Koster, ຜູ້ວ່າການລັດ ບາລີ, ປະເທດ ອິນໂດເນເຊຍ ໄດ້ຢັ້ງຢືນວ່າ: ໄພທຳມະຊາດທີ່ເກີດຂຶ້ນຢູ່ບາລີ ຈະບໍ່ສົ່ງຜົນສະທ້ອຍເຖິງການຈັດກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນພະຈິກ ຈະມາເຖິງ. ທ່ານຜູ້ວ່າການ Wayan Koster ໄດ້ຊີ້ແຈ້ງວ່າ ໄພນ້ຳຖ້ວມຢູ່ບາລີໄດ້ຮັບການແກ້ໄຂແລ້ວ ແລະ ປະຈຸບັນສະພາບການກັບຄືນສູ່ປົກກະຕິ. ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດຍ້ອນອາກາດຮ້າຍແຮງໄດ້ຮັບປະກັນ. ເຈົ້າໜ້າທີ່ທ່ານນີ້ໃຫ້ຮູ້ຕື່ມອີກວ່າ ອຳນາດການປົກຄອງທ້ອງຖິ່ນໄດ້ຜັນຂະຫຍາຍວຽກງານຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໄດ້ຢ່າງທັນການສ້າງເຂດອົບພະຍົບຢ່າງປອດໄພໃຫ້ແກ່ປະຊາຊົນ, ບັນດາຄອບຄົວຖືກເສຍຫາຍຍ້ອນນ້ຳຖ້ວມໄດ້ຈັດສັນບ່ອນຢູ່ອາໄສ, ດຳລົງຊີວິດໃຫ້ຢ່າງເໝາະສົມ.

        ຄາດວ່າ, ກອງປະຊຸມສຸດຍອດ ຈີ 20 ຈະດຳເນີນຢູ່ບາລີ ໃນລະຫວ່າງວັນທີ 15 – 16 ພະຈິກ. ເພື່ອຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ແກ່ກອງປະຊຸມ, ຕຳຫຼວດ ອິນໂດເນເຊຍ ໄດ້ຜັນຂະຫຍາຍພາລະກອນຈຳນວນ 5.000 ຄົນເພື່ອຮັບປະກັນຄວາມສະຫງົບໃຫ້ແກ່ບັນດາການເຄື່ອນໄຫວທີ່ກອງປະຊຸມສຸດຍອດ ຈີ 20 ແລະ ແຕ່ງຕັ້ງພາລະກອນ 1.600 ຄົນຍາມຢູ່ຕາມສະຖານທີ່ມີຄົນເຕົ້າໂຮມເປັນປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ