ອິນ​ໂດ​ເນ​ເຊຍ ສະ​ເໜີ​ນຳ​ໃຊ້​ກອງ​ທຶ​ນອາ​ຊຽນ ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໃນ​ອະ​ນາ​ຄົດ

(VOVWORLD) - ຕາມທ່ານລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ແລ້ວ, ພະຍາດໂຄວິດ - 19 ແມ່ນບົດຮຽນສຳຄັນໃຫ້ແກ່ອາຊຽນ ກ່ຽວກັບຄວາມຈຳເປັນຕ້ອງເພີ່ມທະວີຄວາມສາມາດໃນການຟື້ນຟູດ້ານສາທາລະນະສຸກ
ອິນ​ໂດ​ເນ​ເຊຍ ສະ​ເໜີ​ນຳ​ໃຊ້​ກອງ​ທຶ​ນອາ​ຊຽນ ຮັບ​ມື​ກັບ​ພະ​ຍາດ​ໂຄວິດ - 19 ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໃນ​ອະ​ນາ​ຄົດ - ảnh 1ພາບປະກອບ: THX/TTXVN

ລັດຖະບານ ອິນໂດເນເຊຍ ພວມສະເໜີເປີດກວ້າງການນຳໃຊ້ກອງທຶນຮັບມືກັບພະຍາດໂຄວິດ - 19 ທີ່ມີຢູ່ແລ້ວຂອງ ອາຊຽນ ເພື່ອຮັບມືກັບໂລກລະບາດຕ່າງໆໃນອະນາຄົດ. ນີ້ແມ່ນຖະແຫຼງການຂອງລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ Budi Gunadi Sadikin ຍົກອອກມາຢູ່ການຖະແຫຼງຂ່າວ ປະກາດໝາກຜົນຂອງກອງປະຊຸມລັດຖະມົນຕີການເງິນ ແລະ ສາທາລະນະສຸກ ອາຊຽນ ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ ໃນວັນທີ 24 – 25 ສິງຫາ.

ຕາມທ່ານລັດຖະມົນຕີກະຊວງສາທາລະນະສຸກ ອິນໂດເນເຊຍ ແລ້ວ, ພະຍາດໂຄວິດ - 19 ແມ່ນບົດຮຽນສຳຄັນໃຫ້ແກ່ອາຊຽນ ກ່ຽວກັບຄວາມຈຳເປັນຕ້ອງເພີ່ມທະວີຄວາມສາມາດໃນການຟື້ນຟູດ້ານສາທາລະນະສຸກ. ດັ່ງນັ້ນ ຢູ່ກອງປະຊຸມລັດຖະມົນຕີກະຊວງສາທາລະນະສຸກ ແລະ ການເງິນ ອາຊຽນ, ອິນໂດເນເຊຍ ໄດ້ສະເໜີເປີດກວ້າງການນຳໃຊ້ກອງທຶນຕ່າງໆທີ່ມີຢູ່ແລ້ວໃນປັດຈຸບັນ, ບໍ່ພຽງແຕ່ສຳລັບພະຍາດໂຄວິດ - 19 ເທົ່ານັ້ນ ຫາກຍັງເພື່ອແກ້ໄຂໂລກລະບາດຕ່າງໆໃນອະນາຄົດອີກດວ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ