ອິນ​ໂດ​ເນ​ເຊຍ ສະ​ແດງຫຼັກໝັ້ນຢ່າງ​​ແຂງແຮງ ກ່ຽວກັບ ອະທິປະ​ໄ​ຕທະ​ເລ​ໝູ່​ເກາະ

(VOVWORLD) - ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຖະແຫຼງວ່າ ອະທິປະໄຕຂອງປະເທດນີ້ ຢູ່ເຂດທະເລ Natuna ແມ່ນສິ່ງທີ່ “ບໍ່ອາດເອົາມາຕໍ່ລອງໄດ້”
ອິນ​ໂດ​ເນ​ເຊຍ ສະ​ແດງຫຼັກໝັ້ນຢ່າງ​​ແຂງແຮງ ກ່ຽວກັບ ອະທິປະ​ໄ​ຕທະ​ເລ​ໝູ່​ເກາະ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: TTXVN)

        ວັນທີ 6 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຖະແຫຼງວ່າ ອະທິປະໄຕຂອງປະເທດນີ້ ຢູ່ເຂດທະເລ Natuna ແມ່ນສິ່ງທີ່ “ບໍ່ອາດເອົາມາຕໍ່ລອງໄດ້”. ຄໍາກ່າວປາໄສຂອງທ່ານປະທານາທິບໍດີ Joko Widodo ຍົກອອກມາໄດ້ເກືອບ 1 ອາທິດ ພາຍຫຼັງກໍ່າປັ່ນຫາປາ ແລະ ກໍ່າປັ່ນຕໍາຫຼວດທະເລຂອງ ຈີນ ກວ່າ 60 ລໍາລ່ວງລະເມີດເຂດທະເລ Natuna ທີ່ຂຶ້ນກັບໝູ່ເກາະ Riau ໃນລະຫວ່າງວັນທີ 19 – 24 ທັນວາ ຢ່າງຜິດກົດໝາຍ.

        ກ່ອນໜ້ານັ້ນ, ລັດຖະບານ ອິນໂດເນເຊຍ ກ່າວປະນາມ ຈີນ ລ່ວງລະເມີດເຂດເສດຖະກິດພິເສດ (EEZ) ຂອງຕົນ ແລະ ປະກາດວ່າ ຈະບໍ່ຮັບຮອງເສັ້ນທາງ 9 ຕອນ ໂດຍ ຈີນວາງອອກຕາມລໍາພັງຝ່າຍດຽວຢູ່ທະເລຕາເວັນອອກ ແລະ ຈະບໍ່ໄດ້ຮັບການຮັບຮອງຈາກກົດໝາຍສາກົນ, ພິເສດແມ່ນ ກົດບັດ ສປຊ ກ່ຽວກັບ ກົດໝາຍວ່າດ້ວຍທະເລ ປີ 1982.


ຕອບກັບ

ຂ່າວ/ບົດ​ອື່ນ