ອິນ​ໂດ​ເນ​ເຊຍ ສ້າງ​ຕັ້ງ​ຫ້ອງ​ການ​ທູດ​ພິ​ເສດ ອາ​ຊຽນ ຮັບ​ຜິດ​ຊອບບັນ​ຫາ ມຽນ​ມາ

(VOVWORLD) -ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ  ທ່ານນາງຈະເປັນຫົວໜ້າຫ້ອງການທູດພິເສດ ອາຊຽນ ຮັບຜິດຊອບ ບັນຫາ ມຽນມາ ໂດຍ ອິນໂດເນເຊຍ ສ້າງຕັ້ງຂຶ້ນ ເພື່ອຊຸກຍູ້ຄວາມມານະພະຍາຍາມຂອງ ອາຊຽນ ໃນການແກ້ໄຂບັນຫາ ມຽນມາ.
ອິນ​ໂດ​ເນ​ເຊຍ ສ້າງ​ຕັ້ງ​ຫ້ອງ​ການ​ທູດ​ພິ​ເສດ ອາ​ຊຽນ ຮັບ​ຜິດ​ຊອບບັນ​ຫາ ມຽນ​ມາ - ảnh 1ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi (ພາບ: TTXVN)

ວັນທີ 11 ມັງກອນ, ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໃຫ້ຮູ້ວ່າ  ທ່ານນາງຈະເປັນຫົວໜ້າຫ້ອງການທູດພິເສດ ອາຊຽນ ຮັບຜິດຊອບ ບັນຫາ ມຽນມາ ໂດຍ ອິນໂດເນເຊຍ ສ້າງຕັ້ງຂຶ້ນ ເພື່ອຊຸກຍູ້ຄວາມມານະພະຍາຍາມຂອງ ອາຊຽນ ໃນການແກ້ໄຂບັນຫາ ມຽນມາ. ປັດຈຸບັນ, ອິນໂດເນເຊຍ ພວມດຳລົງຕຳແໜ່ງເປັນປະທານ ອາຊຽນ ໃນປີ 2023. ດ້ວຍຖານະເປັນຫົວໜ້າຫ້ອງການດັ່ງກ່າວ, ທ່ານນາງ ເນັ້ນໜັກວ່າ ສິ່ງສຳຄັນທີ່ສຸດແມ່ນສ້າງເງື່ອນໄຂໃຫ້ແກ່ການໂອ້ລົມສົນທະນາລະດັບຊາດ ເພື່ອແນໃສ່ແກ້ໄຂສະພາບການຢູ່ ມຽນມາ. ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ສະເໜີ ໃຫ້ທ່ານເລຂາທິການໃຫຍ່ ອາຊຽນ ສຳຜັດກັບທຸກຝ່າຍທີ່ກ່ຽວຂ້ອງ ຢູ່ ມຽນມາ ແລະ ຫວັງວ່າ ອຳນາດການປົກຄອງ ມຽນມາ ຈະອະນຸຍາດໃຫ້ດຳເນີນການຊ່ວຍເຫຼືອມະນຸດສະທຳ. ທ່ານນາງ Retno ກໍຢັ້ງຢືນວ່າ ອາຊຽນ ຈະສືບຕໍ່ຮ່ວມມືກັບທູດພິເສດຂອງ ສປຊ ໃນການແກ້ໄຂບັນຫາ ມຽນມາ.


 

ຕອບກັບ

ຂ່າວ/ບົດ​ອື່ນ