ອິນ​ໂດ​ເນ​ເຊຍ​ ຮຽກ​ຮ້ອງ​ໃຫ້ ອາ​ຊຽນ ແລະ ຈີນ​ເຊື່ອມ​ຕໍ່​​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ COC ຄືນ​ໃໝ່

(VOVWORLD) -ທ່ານນາງ Retno ກໍ່ໃຫ້ຮູ້ວ່າ ບັນດາກຳລັງໜູນຂອງພູມີປະເທດການເມືອງ ທົ່ວໂລກ ໃນປັດຈຸບັນ ພວມພັດທະນາ, ຮຽກຮ້ອງໃຫ້ທຸກປະເທດ ຕ້ອງຊຸກຍູ້ການສົນທະນາປຶກສາຫາລືໃນການແກ້ໄຂບັນດາຄວາມແຕກຕ່າງກັນ ແລະ ການຂັດແຍ້ງກັນ. 
ອິນ​ໂດ​ເນ​ເຊຍ​ ຮຽກ​ຮ້ອງ​ໃຫ້ ອາ​ຊຽນ  ແລະ ຈີນ​ເຊື່ອມ​ຕໍ່​​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ COC ຄືນ​ໃໝ່ - ảnh 1ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi Retno (ພາບ:ກະຊວງການຕ່າງປະເທດ ອິນໂດເນເຊຍ )

ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi Retno ໄດ້ຮຽກຮ້ອງໃຫ້ ອາຊຽນ ແລະ ຈີນ ເຊື່ອມຕໍ່ການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ລະຫວ່າງສອງຝ່າຍ ໂດຍໄວ ຄືການແນະນຳໃຫ້ບັນດາປະເທດ ກ່ຽວກັບວິທີການປະພຶດຢູ່ທະເລຕາເວັນອອກ. ກ່າວຄຳເຫັນທີ່ກອງປະຊຸມພິເສດ ລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ທີ່ໄດ້ດຳເນີນຢູ່ນະຄອນ ຈຸງກິ່ງ, ປະເທດຈີນ ທ່ານນາງ Retno ໄດ້ເນັ້ນໜັກເຖິງບັນຫາທະເລຕາເວັນອອກ ແມ່ນການທົດລອງໃຫຍ່ ສຳລັບການພົວພັນຄູ່ຮ່ວມມືຂອງ ບັນດາປະເທດ ອາຊຽນ ກັບ ຈີນ. ເລື່ອງຄວບຄຸມທະເລຕາເວັນອອກຂອງ ອາຊຽນ ແລະ ຈີນ ກໍ່ອາດຈະເປັນການປັບປຸງການພົວພັນຄູ່ຮ່ວມມືຂອງສອງຝ່າຍແບບ “ຕ່າງຝ່າຍຕ່າງມີຜົນປະໂຫຍດ”. ກ່ຽວກັບບັນຫານີ້, ອິນໂດເນເຊຍ ພ້ອມແລ້ວທີ່ຈະຈັດຕັ້ງກອງປະຊຸມປຶກສາຫາລື COC ໃນອະນາຄົດໃກ້ໆນີ້. ອິນໂດເນເຊຍ ກໍ່ສົ່ງເສີມທຸກຝ່າຍປະຕິບັດຕາມຖະແຫຼງການ ກ່ຽວກັບວິທີການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ລວມມີເລື່ອງທຸກຝ່າຍປະຕິບັດຄວາມລະງັບໃຈ.

ທ່ານນາງ Retno ກໍ່ໃຫ້ຮູ້ວ່າ ບັນດາກຳລັງໜູນຂອງພູມີປະເທດການເມືອງ ທົ່ວໂລກ ໃນປັດຈຸບັນ ພວມພັດທະນາ, ຮຽກຮ້ອງໃຫ້ທຸກປະເທດ ຕ້ອງຊຸກຍູ້ການສົນທະນາປຶກສາຫາລືໃນການແກ້ໄຂບັນດາຄວາມແຕກຕ່າງກັນ ແລະ ການຂັດແຍ້ງກັນ. ສິ່ງສຳຄັນ ແມ່ນຕ້ອງສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແຕ່ບໍ່ແມ່ນບັນດາການກະທຳທີ່ເຮັດໃຫ້ຫຼຸດຜ່ອນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ