ອິນໂດເນເຊຍ ຮຽກຮ້ອງໃຫ້ບັນດາສະມາຊິກ AIPA ຍົກສູງນ້ຳໃຈສາມັກຄີ

(VOVWORLD) - AIPA – 44 ໄດ້ປຶກສາຫາລືຫຼາຍບັນຫາທີ່ສຳຄັນ, ໃນນັ້ນມີຄວາມຕ້ອງການຫລຸດຜ່ອນຄວາມເຄັ່ງຕຶງດ້ານພູມສາດການເມືອງ ຍ້ອນການແກ່ງແຍ້ງລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ
ອິນໂດເນເຊຍ ຮຽກຮ້ອງໃຫ້ບັນດາສະມາຊິກ AIPA ຍົກສູງນ້ຳໃຈສາມັກຄີ - ảnh 1ທ່ານນາງ Puan Maharani, ປະທານໝູນວຽນ AIPA
(ພາບ:AIPA)

ທ່ານນາງ Puan Maharani, ປະທານສະພາຜູ້ແທນປະຊາຊົນ ອິນໂດເນເຊຍ (DPR, ສະພາຕ່ຳ) ໄດ້ຮຽກຮ້ອງບັນດາປະເທດສະມາຊິກລັດຖະສະພາລະຫວ່າງຊາດ ອາຊຽນ (AIPA) ພ້ອມກັນຍົກສູງນ້ຳໃຈ “ຄວາມສາມັກຄີ ອາຊຽນ” ເພື່ອສ້າງຄວາມເຫັນດີເຫັນພ້ອມໃນບັນດາວາລະປຶກສາຫາລືຂອງ ສະມັດຊາໃຫຍ່ AIPA ຄັ້ງທີ 44 (AIPA – 44).

        ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວໃນວັນທີ 6 ສິງຫາ, ປະທານໝູນວຽນ AIPA ກໍ່ສະແດງຄວາມຫວັງວ່າ ລັດຖະສະພາອາດຈະມີປະຕິກິລິຍາໄວໃນວິວັດການຮັບມື ແລະ ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍ ກໍ່ຄືບັນດາວິກິດການ ເຊິ່ງພາກພື້ນໄດ້ ແລະ ພວມຕ້ອງປະເຊີນໜ້າ.

        AIPA – 44 ໄດ້ປຶກສາຫາລືຫຼາຍບັນຫາທີ່ສຳຄັນ, ໃນນັ້ນມີຄວາມຕ້ອງການຫລຸດຜ່ອນຄວາມເຄັ່ງຕຶງດ້ານພູມສາດການເມືອງ ຍ້ອນການແກ່ງແຍ້ງລະຫວ່າງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້; ສະພາບການຢູ່ ມຽນມາ, ຄວາມມານະພະຍາຍາມສ້າງພື້ນຖານເສດຖະກິດສີຂຽວ, ພະລັງງານທົດແທນຢູ່ ອາຊີຕາເວັນອອກສ່ຽງໃຕ້ ເພື່ອແນໃສ່ໜູນຊ່ວຍແກ້ໄຂວິກິດການທາງດ້ານດິນຟ້າອາກາດ; ຊຸກຍູ້ການເຂົ້າຮ່ວມຢ່າງແຮງຂອງຊາວໜຸ່ມເຂົ້າໃນບັນດາເວທີປາໄສການເມືອງ, ໃນນັ້ນມີລັດຖະສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ