ອິນໂດເນເຊຍ ເຊີ້ອເຊີນການນຳໂລກ ແລະ ບັນດາອົງການສາກົນ 27 ທ່ານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43

(VOVWORLD) - ຈາກາຕາ ກໍ່ປາດຖະໜາວ່າ: ຜູ້ອຳນວຍການບໍລິຫານງານກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຈະເຂົ້າຮ່ວມກອງປະຊຸມ, ຊຶ່ງແນໃສ່ປຶກສາຫາລືກ່ຽວກັບການເພີ່ມທະວີກຳລັງຄວາມສາມາດ
ອິນໂດເນເຊຍ ເຊີ້ອເຊີນການນຳໂລກ ແລະ ບັນດາອົງການສາກົນ 27 ທ່ານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 - ảnh 1ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຢູ່ Labuan Bajo ໃນເດືອນ ພຶດສະພາ 2023
(ພາບ:VOV)

ວັນທີ 11 ສິງຫາ, ອິນໂດເນເຊຍ, ປະເທດປະທານ ອາຊຽນ 2023, ປະກາດວ່າ ປະເທດນີ້ໄດ້ເຊື້ອເຊີນການນຳໂລກ ແລະ ບັນດາອົງການສາກົນ 27 ທ່ານມາເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຈະຈັດຂຶ້ນຢູ່ຈາກາຕາ, ປະເທດ ອິນໂດເນເຊຍ, ແຕ່ວັນທີ 5 – 7 ກັນຍາ, ໃນນັ້ນມີການນຳບັນດາປະເທດ, ຄື: ຈີນ, ຍີ່ປຸ່ນ, ສ ເກົາຫຼີ, ອາເມລິກາ. ຈາກາຕາ ກໍ່ປາດຖະໜາວ່າ: ຜູ້ອຳນວຍການບໍລິຫານງານກອງທຶນເງິນຕາສາກົນ (IMF) ແລະ ທະນາຄານໂລກ (WB) ຈະເຂົ້າຮ່ວມກອງປະຊຸມ, ຊຶ່ງແນໃສ່ປຶກສາຫາລືກ່ຽວກັບການເພີ່ມທະວີກຳລັງຄວາມສາມາດ ແລະ ປະສິດທິຜົນລະບອບລະບຽບການຂອງ ອາຊຽນ ເພື່ອຊ່ວຍອົງການນີ້ຮັບມືກັບສິ່ງທ້າທາຍໃນ 20 ປີຈະມາເຖິງ.

        ໃນເວລາ 3 ວັນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ຈະເປັນປະທານກອງປະຊຸມ 12 ຄັ້ງ, ໃນນັ້ນ, ມີກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ກອງປະຊຸມຂັ້ນສູງລະຫວ່າງ ອາຊຽນ ກັບບັນດາຄູ່ເຈລະຈາ ອິນເດຍ, ການາດາ, ສປຊ ແລະ ບັນດາອົງການອື່ນໆ; ກອງປະຊຸມຂັ້ນສູງ ອາຊີຕາເວັນອອກ (EAS) ຄັ້ງທີ 18…

ຕອບກັບ

ຂ່າວ/ບົດ​ອື່ນ