ອິນ​ໂດ​ເນ​ເຊຍ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ຍິງ ອາ​ຊຽນ ຄັ້ງທີ 4

(VOVWORLD) -ໃນຖະແຫຼງການ ສະບັບອອກວັນທີ 7 ຕຸລາ, ທ່ານລັດຖະມົນຕີ Bintang Puspayoga ໄດ້ເນັ້ນໜັກວ່າ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີບັນດາບັນຫາແມ່ຍິງ ແລະ ສະມາຊິກຂອງ ຄະນະກຳມະການແມ່ຍິງ ອາຊຽນ (ACW), ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນ ຍ້ອນວ່າ ອິນໂດເນເຊຍ ຈະເປັນປະເທດເຈົ້າພາບ ແລະເປັນປະທານ AMMW ໃນ 3 ປີຕໍ່ໜ້າ. 
ອິນ​ໂດ​ເນ​ເຊຍ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ຍິງ ອາ​ຊຽນ ຄັ້ງທີ 4 - ảnh 1ພາບປະກອບ: baotintuc.vn

ກະຊວງສິດທິແມ່ຍິງ ແລະ ປົກປ້ອງເດັກນ້ອຍ ອິນໂດເນເຊຍ ຈະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີແມ່ຍິງ ອາຊຽນ ຄັ້ງທີ 4 (AMMW) ຄັ້ງທີ 4, ຄາດວ່າຈະດຳເນີນໃນລະຫວ່າງວັນທີ 11 – 15 ຕຸລານີ້. ດ້ວຍຫົວຂໍ້ “ເສດຖະກິດດີຈີຕອນ ແລະ ການເງິນຮອບດ້ານເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງແມ່ຍິງອາຊຽນ”, AMMW ຄັ້ງທີ 4 ຈະສະແດງໃຫ້ເຫັນຄຳໝັ້ນສັນຍາຂອງພາກພື້ນກ່ຽວກັບການປະຕິບັດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ.

ໃນຖະແຫຼງການ ສະບັບອອກວັນທີ 7 ຕຸລາ, ທ່ານລັດຖະມົນຕີ Bintang Puspayoga ໄດ້ເນັ້ນໜັກວ່າ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີບັນດາບັນຫາແມ່ຍິງ ແລະ ສະມາຊິກຂອງ ຄະນະກຳມະການແມ່ຍິງ ອາຊຽນ (ACW), ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນ ຍ້ອນວ່າ ອິນໂດເນເຊຍ ຈະເປັນປະເທດເຈົ້າພາບ ແລະເປັນປະທານ AMMW ໃນ 3 ປີຕໍ່ໜ້າ. ເຫດການນີ້ລວມມີ 5 ວາລະປະຊຸມ ເພື່ອແນໃສ່ປຶກສາຫາລື ກ່ຽວກັບລາຍການຮ່ວມມືເພື່ອແກ້ໄຂບັນຫາຂອງແມ່ຍິງ ກໍ່ຄືແລກປ່ຽນປະສົບກັນຕົວຈິງໃນຂົງເຂດດີຈີຕອນ ແລະ ການເງິນຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ