ອິນ​ໂດ​ເນ​ເຊຍ ແມ່ນ​ປະ​ເທດ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ພ​າຍ​ໃນ​ວັນ​ສູງ​ສຸດ​ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 15 ກໍລະກົດ ຕາມເວລາ ຫວຽດນາມ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມກວ່າ 189 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4 ລ້ານຄົນເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດກວ່າ 623.000 ຄົນ, ໃນຈຳນວນຜູ້ຕິດເຊື້ອທັງໝົດເກືອບ 35 ລ້ານຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.
ອິນ​ໂດ​ເນ​ເຊຍ ແມ່ນ​ປະ​ເທດ​ມີ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ພ​າຍ​ໃນ​ວັນ​ສູງ​ສຸດ​ໃນ​ໂລກ - ảnh 1ສົ່ງຄົນເຈັບຕິດເຊື້ອພະຍາດໂຄວິດ - 18 ມາໂຮງໝໍ ຈາກາຕາ, ອິນໂດເນເຊຍ (ພາບ: THX/TTXVN)

ຢູ່ ອາຊີ, ຈຳນວນຜູ້ຕິດເຊື້ອຢູ່ ອິນໂດເນເຊຍ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນສອງສາມອາທິດຜ່ານມາ ແລະ ປະກົດມີໄວຣັດກາຍພັນໃໝ່ທີ່ອັນຕະລາຍ, ພິເສດແມ່ນໄວຣັດກາຍພັນໃໝ່ Delta. ປັດຈຸບັນ, ອິນໂດເນເຊຍ ພວມແມ່ນປະເທດຢືນອັນດັບໜຶ່ງໃນໂລກ ກ່ຽວກັບຈຳນວນຜູ້ຕິດເຊື້ອລາຍໃໝ່ພາຍໃນວັນ ດ້ວຍ 54.513 ຄົນ ແລະ ແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດສູງສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ຂຶ້ນເປັນ 2.670.042 ຄົນ, ໃນນັ້ນ ມີ 69.210 ຄົນເສຍຊີວິດ.

ຕາມຂ່າວພາກຄ່ຳຂອງວັນທີ 15 ກໍລະກົດ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 1.922 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອພາຍໃນວັນຂຶ້ນເປັນ 3.416 ຄົນ. ໃນນັ້ນ ຫຼາຍທີ່ສຸດແມ່ນຢູ່ນະຄອນ ໂຮ່ຈີມິນ ດ້ວຍ 2.691  ຄົນ. ເປັນອັນວ່າ, ໄລ່ຮອດເວລາ 18 ໂມງຕອນຄ່ຳວັນທີ 15 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອ ສະສົມ 40.850 ຄົນ, ໃນນັ້ນ ມີ 9.688 ຄົນ ໄດ້ຮັບການປິ່ນປົວຫາຍດີ. 

ຢູ່ເອີຣົບ, ວັນທີ 14 ກໍລະກົດ, ອົງການຄຸ້ມຄອງການຢາຂອງ ສະຫະພາບເອີຣົບ (EMA) ໄດ້ຮຽກຮ້ອງໃຫ້ບັນດາປະເທດຍູ້ແຮງໂຄງການສັກວັກຊິນ ໂດຍຖືວ່າ ການສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ໂດສ ແມ່ນມີຄວາມສຳຄັນຍິ່ງເພື່ອສາມາດປ້ອງກັນຕົນເອງໃຫ້ຫ່າງຈາກໄວຣັດກາຍພັນໃໝ່ Delta.

ຕອບກັບ

ຂ່າວ/ບົດ​ອື່ນ