ອິນ​ໂດ​ເນ​ເຊຍ ​​ໂຈະ​​ການ​ເລືອກ​ຕັ້ງ​ລະດັບ​ເຂດຢ່າງ​ເປັນ​ທາງ​ການ ຍ້ອນ​ໂລກລະບາດ​ໂຄ​ວິດ - 19

(VOVWORLD) -ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ລົງນາມໃນລັດຖະດໍາລັດວ່າດ້ວຍການໂຈະການເລືອກຕັ້ງລະດັບເຂດ ເຊິ່ງຄາດວ່າຈະດໍາເນີນໃນເດືອນກັນຍາ ຈະມາເຖິງ ຍ້ອນໂລກລະບາດໂຄວິດ - 19. 

ອິນ​ໂດ​ເນ​ເຊຍ ​​ໂຈະ​​ການ​ເລືອກ​ຕັ້ງ​ລະດັບ​ເຂດຢ່າງ​ເປັນ​ທາງ​ການ ຍ້ອນ​ໂລກລະບາດ​ໂຄ​ວິດ - 19 - ảnh 1

ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ລົງກວດກາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດ (ພາບ: TTXVN)

ຕາມລັດຖະດໍາລັດທີ່ໄດ້ເຊັນປະກາດໃຊ້ໃນວັນທີ 04 ພຶຶດສະພາ, ການເລືອກຕັ້ງດັ່ງກ່າວ ຈະໄດ້ເລືອນໄປໃສ່ເດືອນ ທັນວາ ຈະມາເຖິງ ແລະ ຈະສືບຕໍ່ໄດ້ໂຈະໄວ້ຕື່ມອີກ ຖ້າຫາກວ່າຮອດຈຸດເວລານັ້ນ ໂລກລະບາດຍັງບໍ່ສິ້ນສຸດລົງເທື່ອ. ຖ້າຫາກໄດ້ດໍາເນີນໄປຕາມແຜນການເບື້ອງຕົ້ນ, ນີ້ຈະແມ່ນການເລືອກຕັ້ງຂັ້ນທ້ອງຖິ່ນໃຫຍ່ທີ່ສຸດໃນປະຫວັດສາດ ອິນໂດເນເຊຍ ເມື່ອໄດ້ຈັດຂຶ້ນພ້ອມກັນຢູ່ 270 ແຫ່ງໃນທົ່ວປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ