ອິນໂດເນເຊຍກ່າວເຕືອນກ່ຽວກັບໄພກໍ່ການຮ້າຍຈະເກີດຂຶ້ນຢູ່ທົ່ວທຸກແຫ່ງ

(VOVWORLD) -ວັນທີ 13 ມິຖຸນາ, ຜູ້ບັນຊາການກອງທັບອິນໂດເນເຊຍ Gatot Nurmantyo ເປີດເຜີຍວ່າ, ກຳລັງທີ່ມີໜ້າທີ່ຂອງປະເທດນີ້ໄດ້ຄົ້ນພົບໜໍ່ແໜງຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ ທີ່ປະກົດຕົວຢູ່ເກືອບທົ່ວທຸກແຂວງ, ນະຄອນຢູ່ປະເທດນີ້.
ອິນໂດເນເຊຍກ່າວເຕືອນກ່ຽວກັບໄພກໍ່ການຮ້າຍຈະເກີດຂຶ້ນຢູ່ທົ່ວທຸກແຫ່ງ - ảnh 1 (ພາບປະກອບ: Reuters)

ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຢູ່ນະຄອນຫຼວງ ຈາກາຕາ, ທ່ານ Gatot Nurmantyo ຢືນຢັນວ່າ, ບັນດາໜໍ່ແໜງ IS ຢູ່ອິນໂດເນເຊຍ ລ້ວນແຕ່ຢູ່ໃນສະພາບ “ບໍ່ເຄື່ອນໄຫວ” ແຕ່ກໍ່ກ່າວເຕືອນວ່າ ພວກມັນຈະກະທຳໃນບໍ່ວ່າຈຸດເວລາໃດ ເພື່ອບັນລຸໄດ້ຈຸດປະສົງຂອງພວກມັນ. ທ່ານ Gatot Nurmantyo ກ່າວເຕືອນວ່າ, ປະຈຸບັນ ຫຼາຍກຸ່ມປະກອບອາວຸດຂອງປະເທດນີ້ໄດ້ສົມທົບກັບບັນດາມືປືນມີການພົວພັນກັບ IS ພວມມີກົນອຸບາຍຂຶ້ນແຜນບຸກໂຈມຕີ, ສະນັ້ນຕ້ອງຍົກສູງສະຕິລະວົງຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ