ອິນໂດເນເຊຍຊຸກຍູ້ບັນດາປະເທດໃນພາກພື້ນປະຕິບັດຄຳໝັ້ນສັນຍາກ່ຽວກັບສົນທິສັນຍາອາວຸດເຄມີ

ອິນໂດເນເຊຍຊຸກຍູ້ບັນດາປະເທດໃນພາກພື້ນປະຕິບັດຄຳໝັ້ນສັນຍາກ່ຽວກັບສົນທິສັນຍາອາວຸດເຄມີ - ảnh 1
ພາບ​ປະ​ກອບ

(vovworld)-​ ​ວັນ​ທີ 1/4/2015, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອິນ​ໂດ​ເນ​ເຊຍໃຫ້​ຮູ້​ວ່າ ປະ​ເທດນີ້ ແລະ ອົງ​ການ​ຫ້າມ​ອາ​ວຸດ​ເຄ​ມີ (OPCW) ໄດ້​ຈັດ​ຕັ້ງ​ຊຸດ​ບຳ​ລຸງ​ສ້າງ​ເຊື່ອມ​ຕໍ່​ພາກ​ພື້ນ ອາ​ຊີ ດ້ວຍ ມາ​ດ​ຕາ 10 ຂອງ​ສົນ​ທິ​ສັນ​ຍາ​ອາ​ວຸດ​ເຄ​ມີ ຢູ່ ບາ​ລີ ແຕ່ວ​ັນ​ທີ 24-26/3. ທ່ານ Muhammad Khayam, ຜູ້​ອຳ​ນວຍ​ການ ຮັບ​ຜິດ​ຊອບ​ອຸດ​ສາ​ຫະ​ກຳ​ເຄ​ມີ​ພື້ນ​ຖານ, ສັງ​ກັດ​ກະ​ຊວງ​ອຸດ​ສາ​ຫະ​ກຳ ອິນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ: ຊຸດ​ບຳ​ລຸງ​ສ້າງ​ດັ່ງ​ກ່າວ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ບັນ​ດາ​ປະ​ເທ​ດ​ໃນ​ພາກ​ພື້ນ ໃນ​ການ​ຮັບ​ມື​ຢ່າງ​ຮີບ​ດ່ວນ​ກັບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ ແລະ ໄພ​ພິ​ບັດ​ຮົ້ວ​ໄຫລ​ທາດ​ເຄ​ມີ, ເໝາະ​ສົມ​ກັບ​ມາດ​ຕາ 10 ຂອງ​ສົນ​ທິ​ສັນ​ຍາ​ອາ​ວຸດ​ເຄ​ມີ. ນີ້​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ເພີ່ມ​ປະ​ສິດ​ທິ​ຜົນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບັນ​ດາ​ປະ​ເທດ, ພິ​ເສດ​ ຢູ່ ອາ​ຊີ ໃນ​ການ​ກຽມພ້ອມ​ ຈະ​ຊ່ວຍ​ເຫລືອ, ປົກ​ປ້ອງ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ເມື່ອ​ເກີດ​​ເຫດ​ຮົ້ວ​ໄຫລ​ເຄ​ມີ ຫລື ການ​ບຸກ​ໂຈມ​ຕີ​ດ້ວຍ​ອາ​ວຸດ​ເຄ​ມີ.


ຂ່າວ/ບົດ​ອື່ນ