ອິນໂດເນເຊຍຕັດສິນໃຈຍູ້ໄວກຳນົດເຂດຊານແດນບົນທະເລກັບມາເລເຊຍ

ອິນໂດເນເຊຍຕັດສິນໃຈຍູ້ໄວກຳນົດເຂດຊານແດນບົນທະເລກັບມາເລເຊຍ - ảnh 1
ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ແລະ ທ່ານ
ນາຍົກ​ລັດຖະມົນຕີ ມາ​ເລ​ເຊຍ Najib Razak
(ພາຍ: AFP)

(vovworld) – ​​​ ດ້ວຍ​ຄວາມມານະ​ພະຍາຍາມ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນການກຳນົດເຂດຊາຍແດນບົນທະ​ເລລະຫວ່າງ ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ​ໃຫ້​ສຳ​ເລັດ, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ຫາ​ກໍ່​ແຕ່ງ​ຕັ້ງ​ທ່ານ​ເອກ​ອັກຄະ​ລັດຖະທູດ Eddy Pratomo ​ແມ່ນ​ທູດ​ພິ​ເສດ​ຂອງປະທານາທິບໍດີ ​ໃນ​ການ​ກຳນົດເຂດຊາຍແດນບົນ​ທະ​ເລ​ລະຫວ່າງ 2 ປະ​ເທດ. ນີ້​ແມ່ນ​ໝາກຜົນ​ຕໍ່​ໄປ ຂອງ​ກອງ​ປະຊຸມ​ລະຫວ່າງ​ປະ​ທາ​ນາ​ທິບໍດີ ອິນ​ໂດ​ເນ​ເຊຍ ​ແລະ ນາຍົກ​ລັດຖະມົນຕີ ມາ​ເລ​ເຊຍ ​ໃນ​ຂອບ​ເຂດ​ການ​ຢ້ຽ​ມຢາມ ມາ​ເລ​ເຊຍ ລະຫວ່າງວັນ​ທີ 5 – 7/2/2015 ຂອງປະທານາທິບໍດີ ອິນ​ໂດ​ເນ​ເຊຍ ​ແລະ ບັນດາ​ກອງ​ປະຊຸມ​ຂອງ​ລັດຖະມົນ​ຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ 2 ປະ​ເທດ ​ແຕ່ຕົ້ນ​ປີ. ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ຈະ​ສົ່ງ​ທູດ​ພິ​ເສດ ​​ເຂົ້າ​ຮ່ວມການ​ຊຸກ​ຍູ້​ວິວັດ​ການ​ກຳນົດຊາຍແດນບົນທະ​ເລ. ຄາດ​ຄະ​ເນ​ວ່າ, ທູດ​ພິ​ເສດ​ຂອງ​ປະທານາທິບໍດີ ອິນ​ໂດ​ເນ​​ເຊຍ ຈະ​ພົບ​ປະກັບທ່ານ​ທູດ​ພິ​ເສດ​ຂອງ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ​, Tan Sri Mohd Radzi Abdul Rahman ​ໂດຍ​ໄວ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດຕາພື້ນຖານທີ່​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ໃນ​ອະນາຄົດ​ໃກ້ໆ​ນີ້ ./.


ຂ່າວ/ບົດ​ອື່ນ