ອິນໂດເນເຊຍບຸກຕີກ່ຳປ່ັນຫາປາຕ່າງປະເທດຢ່າງຜິດກົດໝາຍຫລາຍລຳໃຫ້ຈົມນ້ຳ

ອິນໂດເນເຊຍບຸກຕີກ່ຳປ່ັນຫາປາຕ່າງປະເທດຢ່າງຜິດກົດໝາຍຫລາຍລຳໃຫ້ຈົມນ້ຳ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 17/08, ວົງ​ການ​ເຈົ້າ​ໜ້າ​ທີ່ ອິນ​ໂດ​ເນ​ເຊຍ ​​ໄດ້ແຈ້ງ​ໃຫ້​ຮູ້ວ່າ: ປະ​ເທດ​ນີ້​ໄດ້​ບຸກຕີ​ກ່ຳ​ປັ່ນ​ຫາ​ປາ​ຕ່າງປະ​ເທດນັບ​ສີ​ບໆ​ລຳ​ໃຫ້​ຈົມ​ນ້ຳ ຍ້ອນກ່ຳ​ປ່ັນ​ເຫຼົ່າ​ນັ້ນ​ໄດ້​ຫາ​ປາຢ່າງ​ຜິດ​ກົດໝາຍ​​ໃນ​ເຂດ​ນ່ານທະ​ເລ ອິນ​ໂດ​ເນ​ເຊຍ ​. ກະຊວງ​ເດີນ​ທະ​ເລ ​ແລະ ອາຊີບ​ຫາ​ປາ ອິນ​ໂດ​ເນ​ເຊຍ ຊີ້​ແຈ້ງວ່າ: ມີ​ກ​່ຳປ່ັນ​ຫາ​ປາ​ຕ່າງປະ​ເທດ 60 ລຳ​ຖື​ກບຸກຕີ​ໃຫ້​ຈົມ​ນ້ຳ​ຢູ່​ສະຖານ​ທີ່ 8 ​ແຫ່ງ ​ເພື່ອ​ແນ​ໃສ່​ຢືນຢັນ​ລັກສະນະ​ເຄົາລົບ ​ແລະ ​ນາບ​ຂູ່​ຕັກ​ເຕືອນຂອງ​ກົດໝາຍ​ປະ​ເທດ​ນີ້.

        ນັບ​ແຕ່​​ໄດ້​ຮັບ​ດຳລົງ​ຕຳ​ແໜ່​ງ​​ເມື່ອ​ເດືອນຕຸລາ​ປີ 2014, ທ່ານ​ປະທານາທິບໍດີ Widodo ​ໄດ້ປະກາດຕໍ່ສູ້​ຕ້ານການ​ເຄື່ອນ​ໄຫວ​ຫາ​ປາ​ຢ່າງຜິດ​ກົດໝາຍ ​ແລະ ອອກ​ຄຳ​ສັ່ງ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ ຂອງປະ​ເທດ​ນີ້ ນຳ​ໃຊ້​ບັນດາ​ມາດ​ຕະການ​ແຂງ​ກະ​ດ້າງ. ນັບ​ແຕ່​ປີ 2014 ມາ​ຮອດ​ປະຈຸ​ບັນ, ອິນ​ໂດ​ເນ​ເຊຍ ​ໄດ້​ບຸກຕີ​ກ່ຳ​ປັ່ນ​ຫາ​ປາ​ຕ່າງປະ​ເທດ 170 ລຳ​​ທີ່​ເຄື່ອນ​ໄຫວ​ຜິດ​ກົດໝາຍ​ໃນ​ເຂດ​ນ່ານທະ​ເລ​ປະ​ເທດ​ນີ້​ໃຫ້​ຈົມ​ນ້ຳ.

ຂ່າວ/ບົດ​ອື່ນ