ອິນໂດເນເຊຍບຸກໂຈມຕີກ່ຳປ່ັນຫາປາຕ່າງປະເທດ23ລຳໃຫ້ຈົມນ້ຳ

ອິນໂດເນເຊຍບຸກໂຈມຕີກ່ຳປ່ັນຫາປາຕ່າງປະເທດ23ລຳໃຫ້ຈົມນ້ຳ - ảnh 1
ອິນ​ໂດ​ເນ​ເຊຍ ​ໄດ້​ບຸກ​ໂຈມຕີ​ກ່ຳ​ປັ່ນ​ຫາ​ປາ​ຕ່າງປະ​ເທດ 23 ລຳ
(ພາບ: AFP/TTXVN)

(vovworld) - ​ ວັນ​ທີ 05/04 ​ເຈົ້າ​ໜ້າ​ທີ່ ອິນ​ໂດ​ເນ​ເຊຍ ​ໄດ້​ບຸກ​ໂຈມຕີ​ກ່ຳ​ປັ່ນ​ຫາ​ປາ​ຕ່າງປະ​ເທດ 23 ລຳ​ໃຫ້​ຈົມ​ນ້ຳ ຍ້​ອນວ່າ ບັນດາ​ກ່ຳ​ປັ່ນ​ນີ້ “​ເຄື່ອນ​​ໄຫວ​ຜິ​ດ​ກົດໝາຍ” ​​ໃນ​ເຂດ​ນ່ານທະ​ເລ ອິນ​ໂດ​ເນ​ເຊຍ. ນີ້​ແມ່ນ​ຄັ້ງ​ທີ 3 ​ໃນ​ປີ​ນີ້ ອິນ​ໂດ​ເນ​ເຊຍ ​ໄດ້ບຸກ​ໂຈມຕີ​​ກ່​ຳປັ່ນ​ຫາ​ປາ​ຕ່າງປະ​ເທດ​ໃຫ້​ຈົມ​ນ້ຳ ຍ້ອນມີ​ການ​ເຄື່ອນ​ໄຫວ​ຫາ​ປາ​ຢ່າງ​ຜິດກົດໝາຍ​ໃນ​ເຂດນ່ານ​ທະ​ເລຂອງ​ປະ​ເທດ​ນີ້. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການນັກ​ຂ່າວຢູ່​ນະຄອນຫລວງ Jakarta, ທ່ານ Susi Pudjiastuti ລັດຖະມົນຕີ​ວ່າການ​ກະຊວງການ​ເດີນ​ທະ​ເລ ​ແລະ ການ​ປະມົງ ອິນ​ໂດ​ເນ​ເຊຍ ຖະ​ແຫຼ​ງວ່າ ລັດຖະບານ ອິນ​ໂດ​ເນ​ເຊຍ ຈະ​ສືບ​ຕໍ່​ບຸກ​ໂຈມຕີ​ບັນດາ​ກ່ຳ​ປັ່ນ​ຫາ​ປາ​ຕ່າງປະ​ເທດ​ທີ່​ມີ​ການ​ເຄື່ອນ​​ໄຫວ​ຜິດ​ກົດໝາຍ​ໃນ​ເຂດນ່ານ​ທະ​ເລ​ຂອງປະ​ເທດ​ນີ້​.

         ​ນັບ​ແຕ່​ປີ 2014, ອິນ​ໂດ​ເນ​ເຊຍ ​ໄດ້​ບຸກ​ໂຈມຕີກ່​​ຳປັ່ນ​ຫາ​ປາ​ຕ່າງປະ​ເທດ 174 ລຳ​ໃຫ້​ຈົມ​ນ້ຳ. ພາຍຫລັງ​ໄດ້​​ເຂົ້າ​ດຳລົງຕຳ​ແໜ່​ງ​ເມື່ອ​ເດືອນ 10/2014, ທ່ານ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Joko Widodo ​ໄດ້​ອອກ​ຄຳ​ສັ່ງ​​ໃຫ້ບັນດາອົງການ​ທີ່​ກ່ຽວຂ້ອງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ແຂງ​ກະ​ດ້າງ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ເຄື​່ອນ​ໄຫວ​ ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ນ່ານທະ​ເລ​ຂອງ ອິນ​ໂດ​ເນ​ເຊຍ ຂອງກ່ຳ​ປັ່ນ​ຫາ​ປາ​ຕ່າງປະ​ເທດ​

ຂ່າວ/ບົດ​ອື່ນ