ອິນໂດເນເຊຍມອບສົ່ງຊາວປະມົງຫວຽດນາມ65ຄົນ

ອິນໂດເນເຊຍມອບສົ່ງຊາວປະມົງຫວຽດນາມ65ຄົນ - ảnh 1
ອິນໂດເນເຊຍມອບສົ່ງຊາວປະມົງຫວຽດນາມ 65 ຄົນ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ວັນ​ທີ 26/07 ຝ່າຍ ອິນ​ໂດ​ເນ​ເຊຍ ​ໄດ້​ມອບ​ສົ່ງ​ຊາວ​ປະມົງ ຫວຽດນາມ 65 ຄົນ​ທີ່ຖືກຈັບ​ຕົວ​ນັບ​ແຕ່​ເດືອນ 4  ​ແລະ ​ເດືອນ 5 ຜ່ານ​ມາ. ນີ້ແມ່ນ​ຈຳນວນ​ຊາວ​ປະມົງ​ທີ່​ຖືກ​ຈັບຫລາຍ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ ​ໂດຍສະຖານທູດ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ ສົມທົບ​ກັບ​ບັນດາ​ອົງການ​ເຈົ້າ​ໜ້າ​ທີ່​ຂອງ ອິນ​ໂດ​ເນ​ເຊຍ ສົ່ງກັບ​ຄືນ​ເມືອ​ປະ​ເທດ. ບັນດາ​ຊາວ​ປະມົງ​ດັ່ງກ່າວ ​ແມ່ນມາ​ຈາກ​ຫລາຍ​ແຂວງ​ແຕກຕ່າງ​ກັນຄື: ​ແຂວງ ຕວຽນ​ກວາງ, ນາມ​ດິ້ງ, ບີ​ງທ້ວນ, ກວາງ​ຈີ້, ກວາງ​ຫງາຍ, ຊອກ​ຈັງ…​ເຊິ່ງຖືກ​ຈັບ​ຕົວ​ຢູ່​ບັນດາ​ເຂດນ່ານ​ທະ​ເລ​ຂອງ ອິນ​ໂດ​ເນ​​ເຊຍ. ທ່ານ ດ່ວານ​ວັນນາ​ມ ຜູ້​ຮັບຜິດຊອບ​ວຽກ​ງານ​​ໃນ​ກົງສູນ, ສະຖານທູດ​ ຫວຽດນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ສະຖານທູດ ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາ​ດຂອງ​ຕົນ ​​ເພື່ອ​ສຸມ​ໃສ່​ວຽກ​ງານປົກ​ປ້ອງພົນລະ​ເມືອງ ​ຍ້ອນ​ຈຳນວນ​ຊາວປະມົງ ຫວຽດນາມ ຖືກ​ຈັບ​ຕົວ​ຢູ່ ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ. ຕາມ​ທ່ານ ດ່ວານ​ວັນນາ​ມ ​ແລ້ວ, ສະຖານທູດ​ຈະ​ສືບ​ຕໍ່​ສຸມ​ໃສ່​​ວຽກ​ງານ​ນີ້ ​ຍ້ອນ​ວ່າ ປະຈຸ​ບັນ ຍັງ​ມີ​ຊາວ​ປະມົງ​ຫລາຍ​ຄົນ​ຍັງ​ລໍ​ຖ້າ​ເຮັດ​ລະບຽບ​ການ ​ເພື່ອ​ກັບຄືນ​ເມືອ​ປະ​ເທດ.

 

ຂ່າວ/ບົດ​ອື່ນ