ອິນໂດເນເຊຍສ້າງຕັ້ງສູນບຳລຸງສ້າງສື່ມວນຊົນອາຊຽນ

ອິນໂດເນເຊຍສ້າງຕັ້ງສູນບຳລຸງສ້າງສື່ມວນຊົນອາຊຽນ - ảnh 1
ພາບປະກອບ

(vovworld) - ​ແຈ້ງ​ຂ່າວ​ຕໍ່​ສື່​ມວນ​ຊົນພາຍຫຼັງ​ພິທີ​ສະ​ເໜີ​ຕົວ​ຄະນະ​ບໍລິຫານງານ​ໃຫມ່​ຂອງ​ສະມາຄົມນັກ​ຂ່າວ ອິນ​​ໂດ​ເນ​ເຊຍ (PWI) ​ເມື່ອ​ວັນ​ທີ 31/10, ປະທານ PWI, ທ່ານ Margiono ​ໃຫ້​ຮູ້​ວ່າ PWI ຈະ​ສ້າງ​ຕັ້ງ​ຮາກຖານ​ບຳລຸງ​ສ້າງ ​ແລະ ຝຶກ​ອົບ​ຮົມ​ວິຊາ​ຊີບ​ສື່​ມວນ​ຊົນ​ໃຫ້​ແກ່ ນັກ​ຂ່າວ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນດ້ວຍ​ຫົວ​ຂໍ້​ວ່າ “ສູນ​ບຳລຸງ​ສ້າງ​ສື່​ມວນ​ຊົນ ອາ​ຊຽນ”, ​ເຊິ່ງ​ຕັ້ງ​ຢູ່​ນະຄອນ Palembang, ​ເມືອງ​ເອກ​ທາງ​ທິດໃຕ້​ຂອງ Sumatra, ​ເພື່ອ​ແນ​ໃສ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ບັນດາ​ນັກ​ຂ່າວ​ໃນ​ພາກ​ພື້ນ. ຕາມ​ທ່ານ Margiono ​ແລ້ວ, ​ແນວ​ຄວາມ​ຄິດ​ຕັ້ງ​ສູນ​ບຳລຸງ​ສ້າງ​ສື່​ມວນ​ຊົນ ອາ​ຊຽນ ​ໂດຍ ຄະນະ​ບໍລິຫານ​ງານ PWI ​ແລະ ຄະນະ​ເລຂາ​ສະຫະພັນ​ບັນດາ​ນັກ​ຂ່າວ ອາ​ຊຽນ (CAJ) ສະ​ເໜີ, ດ້ວຍ​ຈຸດໝາຍ​ເພີ່ມ​ຄວາມ​ສາມາດ ​ແລະ ລັກສະນະວິຊາ​ການຂອງ​ບັນດາ​ນັກ​ຂ່າວ ອາ​ຊຽນ ຜ່ານ​ບັນດາ​ລາຍການ​ສຶກສາ ​ແລະ ບຳລຸງ​ສ້າງ. PWI ຈະ​​ແຈ້ງ​ແຜນການ​ລະອຽດ​ກ່ຽວ​ກັບ​ເລື່ອງ​ສ້າງ​ຕັ້ງ​ຮາກ​ຖານ​ບຳລຸງ​ສ້າງ​ສື່​ມວນ​ຊົນ​ນີ້​ຢູ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່ CAJ ຖືກຈັດ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 21 – 25/11 ຢູ່ ມານີລາ, ປະ​ເທດ ຟິລິບ​ປິນ.

ຂ່າວ/ບົດ​ອື່ນ