ອິນໂດເນເຊຍຫວັງວ່າສັນຍາ RCEP ຈະໄດ້ລົງນາມໃນປີ 2020 ນີ້

(VOVWORLD) -15 ປະເທດ, ໃນນັ້ນມີອິນໂດເນເຊຍ ໄດ້ເຫັນດີຈະລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃນປີ 2020 ນີ້, ເພື່ອແນໃສ່ໜູນຊ່ວຍການຟື້ນຟູເສດຖະກິດພາຍຫຼັງການຊຸດໂຊມຍ້ອນເກີດໂລກລະບາດໂຄວິດ-19.

ທ່ານ Iman Pambagyo, ຫົວໜ້າກົມເຈລະຈາດ້ານການຄ້າສາກົນ, ກະຊວງການຄ້າອິນໂດເນເຊຍ, ຫົວໜ້າຄະນະເຈລະຈາ RCEP ຂອງອິນໂດເນເຊຍ ຫວັງວ່າຂໍ້ຕົກລົງນີ້ຈະໄດ້ຮັບການລົງນາມໃນເດືອນ ພະຈິກ. ມາຮອດປະຈຸບັນ, ບັນດາປະເທດໄດ້ເຫັນດີນຳກັນກ່ຽວກັບເອກະສານຂໍ້ຕົກລົງ ແລະ ເກືອບຄືວ່າວິວັດການພິຈາລະນາດ້ານນິຕິກຳໃກ້ຈະສຳເລັດແລ້ວ. ໃນຂະນະນັ້ນ, ທ່ານ Agus Suparmanto, ລັດຖະມົນຕີກະຊວງການຄ້າອິນໂດເນເຊຍ ເນັ້ນໜັກວ່າ, ໃນສະພາບໂລກລະບາດໂຄວິດ-19, ເລື່ອງສ້າງ RCEP ໃຫ້ສຳເລັດໃນປີນີ້ຈະນຳມາເຊິ່ງຄວາມຫວັງວ່າ ບັນດາພື້ນຖານເສດຖະກິດຢູ່ພາກພື້ນ ແລະ ໃນໂລກຈະໄດ້ຮັບການຟື້ນຟູຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ