ອິນ​ໂດ​ເນ​ເຊຍ:ຮ​່​່ຳ​ຮຽນ​ເອົາ​ບົດ​ຮຽນ​ຈາກ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ​ສະ​ພາບ​ໂລກ​ລະ​ບາດ​ໂຄວິດ 19 ເກີດ​ຮອບ​ທີ​ສອງ ແລະ ການ​ຟື້ນ​ຕົວ​ເສດ​ຖະ​ກິດ

(VOVWORLD) -ໃນບົດຂຽນ “ ປ້ອງກັນ ສະກັດກັ້ນ ໂຄວິດ 19 ແລະ ຟື້ນຕົວເສດຖະກິດ, ຮຽກຮ້ອງ ອິນໂດເນເຊຍ ຮ່ຳຮຽນເອົາບົດຮຽນຈາກຫວຽດນາມ, ຜູ້ຂຽນ ໃຫ້ຮູ້ວ່າ: ມີຫລາຍປະເທດໃນໂລກ ເສດຖະກິດຖືກຊຸດໂຊມຍ້ອນໂຄວິດ 19 ແຕ່ຍັງຄົງມີບາງປະເທດມີພື້ນຖານເສດຖະກິດ ຍັງບໍ່ທັນຕົກເຂົ້າສູ່ສະພາບຊຸດໂຊມເທື່ອ ນັ້ນແມ່ນຫວຽດນາມ.
ອິນ​ໂດ​ເນ​ເຊຍ:ຮ​່​່ຳ​ຮຽນ​ເອົາ​ບົດ​ຮຽນ​ຈາກ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ​ສະ​ພາບ​ໂລກ​ລະ​ບາດ​ໂຄວິດ 19 ເກີດ​ຮອບ​ທີ​ສອງ ແລະ ການ​ຟື້ນ​ຕົວ​ເສດ​ຖະ​ກິດ - ảnh 1ບົດຂຽນ“ນີ້ແມ່ນວິທີ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ 19 ຮອບທີສອງ ສຳເລັດຜົນ” ຂອງຫນັງສືພິມ Kompas  (ພາບ: Kompas.com)

ໃນຂະນະມີບາງປະເທດພວມປະສົບກັບຄວາມຫຍຸ້ງຍາກໃນການຄວບຄຸມໂລກລະບາດໂຄວິດ 19 ເກີດຂຶ້ນໃນຮອບທຳອິດ ຄືຢູ່ ອິນໂດເນເຊຍ, ຫວຽດນາມ ໄດ້ປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ຮອບທີສອງສຳເລັດຜົນ. ໃນສັບປະດາຜ່ານມາ ສື່ມວນຊົນ ອິນໂດເນເຊຍ ຫລາຍແຫ່ງ ໄດ້ຍ້ອງຍໍບັນດາໄຊຊະນະຂອງຫວຽດນາມ ໃນການປ້ອງກັນ ສະກັດກັ້ນໂລກລະບາດ ແລະ ຖືວ່າ: ອິນໂດເນເຊຍ ຄວນຮ່ຳຮຽນເອົາບົດຮຽນຈາກ ຫວຽດນາມ.

ຫນັງສືພິມ Kompas ຂອງອິນໂດເນເຊຍ ລົງບົດຂຽນໃນວັນທີ 27 ກັນຍາ ດ້ວຍຫົວຂໍ້ວ່າ: “ນີ້ແມ່ນວິທີ ຫວຽດນາມ ຄວບຄຸມໂລກລະບາດໂຄວິດ 19 ຮອບທີສອງ ສຳເລັດຜົນ”. ນີ້ແມ່ນບົດຂຽນຕໍ່ຈາກບັນດາບົດຂຽນກ່ອນນັ້ນກ່ຽວກັບມາດຕະການແກ້ໄຂໂລກລະບາດຂອງຫວຽດນາມ. ຫນັງສືພິມດັ່ງກ່າວ ມີຄວາມສົນໃຈເປັນພິເສດເຖິງວຽກງານປ້ອງກັນ ສະກັດກັ້ນ ໂລກລະບາດຂອງຫວຽດນາມ. ນອກຈາກບັນດາມາດຕະການແກ້ໄຂຢ່າງຊັດເຈນ ແລະ ວ່ອງໄວຂອງລັດຖະບານ, ບົດຂຽນຍັງ ເຊີດຊູ ເລືອ່ງ 97% ຈຳນວນພົນລະເມືອງຫວຽດນາມ ເຫັນດີກັບບັນດາບາດກ້າວຂອງລັດຖະບານໃນການຮັບມືກັບໂລກລະບາດໂຄວິດ 19 ຕາມໝາກຜົນການສຳຫລວດຂອງ  YouGov ຂອງອັງກິດ.

ໃນບົດຂຽນ “ ປ້ອງກັນ ສະກັດກັ້ນ ໂຄວິດ 19 ແລະ ຟື້ນຕົວເສດຖະກິດ, ຮຽກຮ້ອງ ອິນໂດເນເຊຍ ຮ່ຳຮຽນເອົາບົດຮຽນຈາກຫວຽດນາມ, ຜູ້ຂຽນ ໃຫ້ຮູ້ວ່າ: ມີຫລາຍປະເທດໃນໂລກ ເສດຖະກິດຖືກຊຸດໂຊມຍ້ອນໂຄວິດ 19 ແຕ່ຍັງຄົງມີບາງປະເທດມີພື້ນຖານເສດຖະກິດ ຍັງບໍ່ທັນຕົກເຂົ້າສູ່ສະພາບຊຸດໂຊມເທື່ອ ນັ້ນແມ່ນຫວຽດນາມ.

ວັນທີ 24 ກັນຍາ, ຊ່ອງໂທລະພາບ ANTV ຂອງອິນໂດເນເຊຍ ກໍ່ມີບົດສາລະຄະດີ: “ຮ່ຳຮຽນເອົາບົດຮຽນສຳເລັດຜົນຂອງຫວຽດນາມ ໃນການປ້ອງກັນ ສະກັດກັ້ນ ໂລກລະບາດໂຄວິດ 19 ຮອບທີສອງ”

        .                                           ເຮືອງຈາ ນັກຂ່າວ VOV  ປະຈຳ ອິນໂດເນເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ