ອິນໂດເນເຊຍຮຽກຮ້ອງອາຊຽນເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບຢູ່ຊ່ອງທະເລມາລາກາ

ອິນໂດເນເຊຍຮຽກຮ້ອງອາຊຽນເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມສະຫງົບຢູ່ຊ່ອງທະເລມາລາກາ - ảnh 1
ທ່ານ​ຮອງ​ປະທານາທິບໍ​ດີ​ອິນ​ໂດ​ເນ​ເຊຍ Jusuf Kalla
(ພາບອິນເຕີແນດ)


​​(vovworld) - ທ່ານ​ຮອງ​ປະທານາທິບໍ​ດີ​ອິນ​ໂດ​ເນ​ເຊຍ Jusuf Kalla ​ໄດ້​ກະຕຸກ​ຊຸກຍູ້​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ເພີ່ມ​ທະວີ​ກາ​ນຮ່ວມ​ມື​ດ້ານ​ປ້ອງ​ກັນຄວາມ​ສະຫງົບ ​ເພື່ອ​ແນ​ໃສ່​ກີດ​ຂວາງ​ພວກ​​ໂຈນ​ສະ​ລັກ ພວມ​ເຄື່ອນ​ໄຫວ​ຢູ່​ຊ່ອງ​ທະ​ເລ ມາລາ​ກາ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ເສັ້ນທາງ​ຂົນ​ສົ່ງ​ທາງທະ​ເລຟົດຟ​ື້ນທີ່​ສຸດ​ໃນ​ໂລກ. ຄຳ​ຮຽກຮ້ອງ​ນີ້​ຖືກ​ຍົກ​ອອກ​ມາພາຍຫຼັງ​ກຳປັ່ນ ຊັກ​ທຸງ​ສິງກະ​ໂປ ລຳ​ໜ່ຶງ ​ຖືກ​ໂຈນ​ສະ​ລັກ​ບຸກ​ໂຈມ​ຕີ​ຢູ່​ເຂດທະ​ເລ​ນີ້​​ໃນ​ສັບປະດາ​ກ່ອນ. ວັນ​ທີ 10/08, ກ່າວ​ຄຳ​ເຫັນ​ຢູ່​ນະຄອນຫຼວງ ຈາ​ກາກ​ຕາ, ທ່ານ​ຮອງ​ປະທານ​ນາ​ທິບໍດີ​ອິນ​ໂດ​ເນ​ເຊຍ ​ເນັ້ນ​ໜັກ​ວ່າ, ການ​ລາດ​ຕາ​ເວັນ​ຮ່ວມ​ແມ່ນ​ມາ​ດຕະການ​ທີ່​ມີປະສິດທິ​ຜົນ​ທີ່​ສຸດ ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້ພວກ​ໂຈນ​ສະ​ລັກ ໜີ​ຈາກ​ປະ​ເທດ​ນີ້​ໄປ​ລິ​ຊ້ອນ​ຢູ່ປະ​ເທດ​ອື່ນ. ບັນດາ​ປະ​ເທດ​ອາ​ຊຽນ ກໍ​ຕ້ອງ​​ເພີ່ມ​ທະວີ​ການ​ຮ່ວມ​ມືລຽບ​ຕາມ​​ເຂດນ່ານທະ​ເລ​ເພື່ອ​ສະກັດ​ກັ້ນໂຈນ​ສະ​ລັກ​ໜີ​ໄປ.

ຂ່າວ/ບົດ​ອື່ນ