ອິນໂດເນເຊຍໄດ້ຊອກເຫັນສາກສົບຜູ້ໂດຍສານ 40 ຄົນຂອງເຮືອບິນຫາຍສາບສູນQZ8501

ອິນໂດເນເຊຍໄດ້ຊອກເຫັນສາກສົບຜູ້ໂດຍສານ 40 ຄົນຂອງເຮືອບິນຫາຍສາບສູນQZ8501 - ảnh 1
​ເສດ​ໄດ້​ຮັບ​ຖື​ວ່າ​ຂອງ​ເຮືອ​ບິນ QZ 8501
(ພາບ: vietnamplus)

(vovworld) –ວັນ​ທີ 30/12, ​ຫົວ​ໜ້າ​ບໍ​ລິ​ສັດ​ການ​ບິນ​ພົນ​ລະ​ເ​ຮືອນ ອິນ​ໂດ​ເນ​ເຊຍ Djoko Murjatmodjo ຢັ້ງ​ຢືນ​ວ່າ: ບັນ​ດາ​​ເສດ​ທີ່​ໄດ້​ພົບ​ເຫັນ​ໃນ​ວິ​ວັດ​ທະ​ນາ​ການ​ຊອກ​ຫາ​ແມ່ນ​ຂອ​ງ​ເຮືອ​ ບິນ​ຫາຍ​ສາບ​ສູນ QZ 8501. ທ່ານ Murjatmodjo ຊີ້​ແຈ້ງວ່າ: “ມາ​ຮອດ​ປະ​ຈຸ​ບັນ ອາດ​ຈະ​ຮັບ​ຮູ​້​​ໄດ້ວ່າ: ນີ້​ແມ່ນ​ບັນ​ດາ​​ເສດ​ຂອ​ງ​ເຮືອ​ບິນ​ຫາຍ​ສາບ​ສູນ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຂົນ​ສົ່ງ ອິນ​ໂດ​ເນ​ເຊຍ ຈະ​ໄປ​ເຖິງ Pangkalan Bun ໂດຍ​ໄວ”. ກໍ່​ຕາມ​ທ່ານ Murjatmodjo ແລ້ວ, ໂດຍ​ອີງ​ໃສ່​ການ​ສັງ​ເກດ​ຂອງ​ກຳ​ລັງ​ຊອກ​ຫາ ແລະ ກູ້​ໄພ​ກູ້​ຊີບ​ແລ້ວ, ບັນ​ດາ​​ເສດ​ສຳ​ຄັນ​ຈຳ​ນວນ​ໜຶ່ງ ​ແມ່ນໄດ້​ຮັບ​ການ​ຊອກ​ເຫັນ​ຫ່າງ​ຈາກ Pangkalan Bun ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສ່​ຽງ​ເໜືອ 160 ຫຼັກ, ຂຶ້ນ​ກັບ​ເທດ​ສະ​ບານ​ເມືອງ Kalimantan ກາງ, ເກາະ Borneo. ກຳລັງ​ກູ້​ຊ່ວຍ​ໄດ້​ຊອກ​ເຫັນ​ສາກ​ສົບ​ຂອງ​ຜູ້​ໂດຍສານ 40 ຄົນ​ຢູ່​ທະ​ເລ Java. ຫ່າງ​ຈາກ​ສະຖານ​ທີ່​ເຮືອບິນ QZ 8501 ຫາຍ​ສາບ​ສູນ 10 ຫຼັກ. ສາບ​ສົບ​ເຫຼົ່າ​ນັ້ນ​ໄດ້​ຖືກ​ນຳ​ຂຶ້ນ​ບັນດາກຳ່​ປັ່ນ​ທະຫານ​ເຮືອ.

ຂ່າວ/ບົດ​ອື່ນ