ອຸບັດຕິເຫດເຮືອບິນຕົກຢູ່ ປາກິດສະຖານ: ມີຢ່າງໜ້ອຍສຸດ 80 ຄົນເສຍຊີວິດ

(VOVWORLD) -  ໄລ່ຮອດຕອນເຊົ້າວັນທີ 23 ພຶດສະພາ, ຈຳນວນຜູ້ເສຍຊີວິດຍ້ອນເຫດອຸບັດຕິເຫດເຮືອບິນຕົກຂອງບໍລິສັດການບິນສາກົນ ປາກິດສະຖານ (PIA) ຢູ່ນະຄອນ Karachi ໄດ້ຂຶ້ນເຖິງ 80 ຄົນ. 
ອຸບັດຕິເຫດເຮືອບິນຕົກຢູ່ ປາກິດສະຖານ: ມີຢ່າງໜ້ອຍສຸດ 80 ຄົນເສຍຊີວິດ - ảnh 1ອຸບັດຕິເຫດເຮືອບິນຕົກຢູ່ ປາກິດສະຖານ (ພາບ: TTXVN)

ຕາມບັນດາເຈົ້າໜ້າທີ່ການແພດແຂວງ Sindh ແລ້ວ, ກຳລັງກູ້ໄພກູ້ຊີບໄດ້ຊອກເຫັນ 2 ຄົນຍັງມີຊີວິດຢູ່ ແລະ ສົບຂອງຜູ້ເສຍຊີວິດ 80 ຄົນ, ເຖິງຢ່າງໃດກໍ່ຕາມ ຍັງບໍ່ທັນກຳນົດໄດ້ວ່າ ນີ້ແມ່ນສົບຂອງຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ຫຼື ສົບຂອງປະຊາຊົນ ເມື່ອເຮືອບິນຕົກໃສ່ເຂດຊຸມຊຸນ.

        ກ່ອນໜ້ານັ້ນ, ເຮືອບິນ Airbus A320 ມີໝາຍເລກ PK 8303 ຂອງບໍລິສັດການບິນ PIA ຖືກຂັດຂ້ອງທາງດ້ານເຕັກນິກໃນຂະນະທີ່ກຳລັງບິນລົງຈອດຢູ່ສະໜາມບິນສາກົນ Jinnah ຢູ່ນະຄອນ Karachi ໃນຕອນບ່າຍວັນທີ 22 ພຶດສະພາ. ເຮືອບິນລຳດັ່ງກ່າວ ບັນຈຸຜູ້ໂດຍສານທັງໝົດ 91 ຄົນ ແລະ ຈຸບິນ 8 ຄົນ, ຖືກຕົກໃສ່ເຂດຊຸມຊົນ ທີ່ຫ່າງຈາກສະໜາມບິນ 2 – 3 ຮ້ອຍແມັດ.

ຕອບກັບ

ຂ່າວ/ບົດ​ອື່ນ