ອັບເດັດຄວາມຮູ້ ແລະ ເຕັກນິກໃໝ່ໃນພະແນກເດັກນ້ອຍ

ອັບເດັດຄວາມຮູ້ ແລະ ເຕັກນິກໃໝ່ໃນພະແນກເດັກນ້ອຍ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 4/11, ສະມາຄົມ​ພະ​ແນ​ກ​ເດັກນ້ອຍ ຫວຽດນາມ ສົມທົບ​ກັບ​ໂຮງໝໍ​ເດັກນ້ອຍ​ສູນ​ກາງ ຈັດ​ຕັ້ງ​ກອງ​ປະຊຸມ​ວິທະຍາສາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 22 ​ແລະ ສະ​ເຫຼີ​ມສະຫຼອງ 55 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງສະມາຄົມ​ພະ​ແນ​ກ​ເດັກນ້ອຍ ຫວຽດນາມ (1961-2016). ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ຜູ້​ແທນພາຍ​ໃນ​ປະ​ເທດ 700 ຄົນ ​ພ້ອມ​ກັບ​ສາ​ສະ​ດາ​ຈານ, ປະລິຍາ​ເອກ​ສະ​ເພາະ​ພະ​ແນ​ກ​ເດັກນ້ອຍ​ຫຼາຍ​ຄົນທີ່​ຂຶ້ນ​ກັບ​ບັນດາ​ປະ​ເທດ​ກ້ານ​ໜ້າ… ດ້ວຍ​ຫົວ​ຂໍ້​ວ່າ “​ເພື່ອ​ຈຸດໝາຍ​ສຸຂະພາບ​ຂອງ​ເດັກນ້ອຍ ຫວຽດນາມ ​ເຖິງ​ປີ 2020“.

        ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ວຽດຕ໋ຽນ, ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຕ່າງໆ​ຂອງ​ ພະ​ແນ​ກ​ເດັກນ້ອຍ ​ເວົ້າ​ລວມ ​ແລະ ສະມາຄົມ ພະ​ແນ​ກ​ເດັກນ້ອຍ ຫວຽດນາມ ​ເວົ້າ​ສະ​​ເພາະ​ໃຫ້​ແກ່​ຂະ​ແໜງ​ການ​​ແພດ ​ໃນ​ການ​ສົ່ງ​ເສີມ​ ​ແລະ ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີຊີ້​ແຈ້ງວ່າ: ​ເພື່ອ​ສືບ​ຕໍ່​ພັດທະນາ​ ພະ​ແນ​ກ​ເດັກນ້ອຍ ຫວຽດນາມ, ກອງ​ປະຊຸມ​ໄດ້​ຮັບ​ການ​ຈັດ​ຕັ້ງ ​ເພື່ອ​ສ້າງ​​ເງື່ອນ​ໄຂໃຫ້​ບັນດາ​ຜູ້​ແທນ​ແບ່ງປັນ​ຜົນງານ​ດ້ານ​ວິທະຍາສາດ, ບັນດາ​ບົດຮຽນ​ໃນ​ການ​ສົ່ງ​ເສີມສຸຂະພາບ​ເດັກນ້ອຍ, ພ້ອມ​ທັງ ອັບ​ເດັດ​ຄວາມ​ຮູ້​ ​ແລະ ​ເຕັກນິກທີ່​ກ້າວໜ້າ​ໃນສະ​ເພາະ​ພະ​ແນ​ກ​ເດັກນ້ອຍ ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ໃນ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ​ເຕັກນິກ​ສາກົນ​ເທື່ອ​ລະ​ກ້າວ.

 

 

ຂ່າວ/ບົດ​ອື່ນ