ອັບ​ເດດ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວໂລກ ຮອດ​ຕອນ​ເຊົ້າ​ວັນ​ທີ 12 ພະ​ຈິກ

(VOVWORLD) -  ໃນຂະນະນັ້ນ, ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງຂອງວັນທີ 12 ພະຈິກ ຕາມເວລາ ຫວຽດນາມ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ສະສົມທັງໝົດ 52.418.482 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 1.288.787 ຄົນ.

ບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 11 ພະຈິກ ຫາເວລາ 6 ໂມງຂອງວັນທີ 12 ພະຈິກ, ຫວຽດນາມ ຢັ້ງຢືນບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸດມຊົນ, ເປັນອັນວ່າ ຜ່ານ 71 ມື້ຕິດຕໍ່ກັນ ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃໝ່ໃນຊຸມຊົນ.

        ໃນຂະນະນັ້ນ, ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດເວລາ 8 ໂມງຂອງວັນທີ 12 ພະຈິກ ຕາມເວລາ ຫວຽດນາມ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ສະສົມທັງໝົດ 52.418.482 ຄົນ, ໃນນັ້ນ ມີຜູ້ເສຍຊີວິດ 1.288.787 ຄົນ. ຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີແມ່ນ 36.663.581 ຄົນ.

        ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດແມ່ນ 247.290 ຄົນ ໃນຈຳນວນຜູ້ຕິດເຊື້ອ 10.705.362 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ./.

ຕອບກັບ

ຂ່າວ/ບົດ​ອື່ນ