ອັບເດດສະພາບການໂລກລະບາດໂຄວິດ-19 ໃນຕອນເຊົ້າວັນທີ 17 ກັນຍາ

(VOVWORLD) -ທົ່ວໂລກກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 227.8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,68 ລ້ານຄົນ.
ອັບເດດສະພາບການໂລກລະບາດໂຄວິດ-19 ໃນຕອນເຊົ້າວັນທີ 17 ກັນຍາ - ảnh 1(ພາບປະກອບ: TASS/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ 30 ນາທີ ວັນທີ 17 ກັນຍາ (ຕາມເວລາ UTC), ທົ່ວໂລກກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 227.8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 4,68 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກກວ່າ 204 ລ້ານຄົນ.

ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ກວ່າ 151.000 ຄົນ ແລະ ມີຜູ້ເສຍຊີວິດເກືອບ 1.900 ຄົນຕໍ່ວັນ.

ຢູ່ອາຊີ, ອິນເດຍ ຍັງແມ່ນປະເທດໃຈກາງຂອງໂລກລະບາດ, ດ້ວຍຜູ້ຕິດເຊື້ອຫຼາຍກວ່າໝູ່ຢູ່ພາກພື້ນ (34.649 ຄົນ), ໃນນັ້ນຈຳນວນຜູ້ເສຍຊີວິດຢູ່ ອີຣານ ແມ່ນຫຼາຍກວ່າໝູ່ໃນພາກພື້ນ (453 ຄົນ).

ຕອບກັບ

ຂ່າວ/ບົດ​ອື່ນ