ອີຢູ ກະກຽມມາດຕະການລົງໂທດທີ 9 ແນໃສ່ ລັດເຊຍ

(VOVWORLD) - ທ່ານນາງ Ursula von der Leyen ບໍ່ສະໜອງຂໍ້ມູນເນື້ອໃນຂອງມາດຕະການລົງໂທດທີ 9, ແຕ່ໃຫ້ຮູ້ຕື່ມອີກວ່າ ອີຢູ ພ້ອມກັບ G7 ແລະ ຄູ່ຮ່ວມມືໃຫຍ່ອື່ນ ຈະຮັບຮອງເອົາການກຳນົດລາຄາເພດານສຳລັບນ້ຳມັນຂອງ ລັດເຊຍ
ອີຢູ ກະກຽມມາດຕະການລົງໂທດທີ 9 ແນໃສ່ ລັດເຊຍ - ảnh 1ທ່ານນາງປະທານຄະນະກຳມະການ ເອີລົບ Ursula von der Leyen
(ພາບ: Emmi Korhonen/Lehtikuva/Reuters)

        ໃນຂອບເຂດການໄປປະຕິບັດງານຢູ່ ແຟງລັງ ວັນທີ 24 ພະຈິກ, ທ່ານນາງປະທານຄະນະກຳມະການ ເອີລົບ Ursula von der Leyen ໃຫ້ຮູ້ວ່າ, ສະຫະພາບ ເອີລົບ (ອີຢູ) ພວມສົ່ງເສີມມາດຕະການລົງໂທດທີ 9 ແນໃສ່ ລັດເຊຍ ທີ່ກ່ຽວຂ້ອງເຖິງ “ບັ້ນການທະຫານພິເສດ” ຂອງ ມົດສະກູ ຢູ່ ຢູແກຼນ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານນາງ Ursula von der Leyen ບໍ່ສະໜອງຂໍ້ມູນເນື້ອໃນຂອງມາດຕະການລົງໂທດທີ 9, ແຕ່ໃຫ້ຮູ້ຕື່ມອີກວ່າ ອີຢູ ພ້ອມກັບກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ແລະ ຄູ່ຮ່ວມມືໃຫຍ່ອື່ນ ຈະຮັບຮອງເອົາການກຳນົດລາຄາເພດານສຳລັບນ້ຳມັນຂອງ ລັດເຊຍ.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 24 ພະຈິກ, 15 ປະເທດສະມາຊິກ ອີຢູ ໄດ້ຮຽກຮ້ອງກຳນົດລາຄານ້ຳມັນອາຍແກັດ, ໄດ້ຕົກລົງຍົກເລີກກົນໄກຈຳກັດເຊິ່ງຄະນະກຳມະການ ເອີລົບ (EC) ສະເໜີ.

ຕອບກັບ

ຂ່າວ/ບົດ​ອື່ນ