ອີຢູ ກ່່າວເຕືອນ ຈະມີການໂຕ້ຕອບທີ່ເໝາສົມ ຖ້າຫາກ ອາເມລິກາ ຈັດວາງອັດຕາພາສີນໍາເຂົ້າລົດ ໂອໂຕ

(VOVWORLD) -ຖ້າຫາກ ທໍານຽບຂາວ ມີບັນດາການກະທໍາທີ່ສົ່່ງຜົນກະທົບເຖິງການເຄື່ອນໄຫວສົ່ງອອກຂອງ ອີຢູ ອີງຕາມບົດລາຍງານດັ່ງກ່າວນັ້ນ ອີຢູ ກໍຈະມີການກະທໍາຕອບກັບຢ່າງໄວວາ ແລະ ເໝາະສົມ.

        ວັນທີ 18 ກຸມພາ, ສະຫະພາບ ເອີຣົບ (ອີຢູ) ໄດ້ກ່່າວເຕືອນວ່າ ຈະມີມາດຕະການໂຕ້ຕອບໂດຍໄວ ຖ້າຫາກ ອາເມລິກາ ຈັດວາງອັດຕາພາສີນໍາເຂົ້າສໍາລັບບັນດາຜະລິດຕະພັນລົດໂອໂຕຈາກກຸ່ມດັ່ງກ່າວ. ຄໍາກ່າວເຕືອນດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງເມື່ອກະຊວງການຄ້າ ອາເມລິກາ ຍື່ນບົດລາຍງານການສືບສວນ, ຜ່ານນັ້ນ ໄດ້ເປີດຊ່ອງທາງໃຫ້ແກ່ທ່ານປະທານາທິບໍດີ ອາເມລິກາ Donald Trump ອະນຸຍາດໃຫ້ຈັດວາງອັດຕາພາສີນໍາເຂົ້າສິນຄ້າປະເພດລົດໂອໂຕ ທີ່ໄດ້ນໍາເຂົ້າຈາກ ອີຢູ ພາຍໃນເວລາ 90 ວັນຈະມາເຖິງ.

ອີຢູ ກ່່າວເຕືອນ ຈະມີການໂຕ້ຕອບທີ່ເໝາສົມ ຖ້າຫາກ ອາເມລິກາ ຈັດວາງອັດຕາພາສີນໍາເຂົ້າລົດ ໂອໂຕ - ảnh 1 ລົດ Mercedes Benz ຢູ່ທ່າກໍ່າປັນ Bremerhaven ທາງພາກເໜືອ ເຢຍລະມັນ (ພາບ:TTXVN)

        ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ຢູ່ ບຣຸກແຊນ, ທ່ານ Margaritis Schinas ໂຄສົກຂອງຄະນະກໍາມະການເອີຣົບ ໃຫ້ຮູ້ວ່າ ຖ້າຫາກ ທໍານຽບຂາວ ມີບັນດາການກະທໍາທີ່ສົ່່ງຜົນກະທົບເຖິງການເຄື່ອນໄຫວສົ່ງອອກຂອງ ອີຢູ ອີງຕາມບົດລາຍງານດັ່ງກ່າວນັ້ນ ອີຢູ ກໍຈະມີການກະທໍາຕອບກັບຢ່າງໄວວາ ແລະ ເໝາະສົມ.

        ການຜັນແປດັ່່ງກ່າວ ໄດ້ເກີດຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງດ້ານການຄ້າ ລະຫວ່າງ ອາເມລິກາ ແລະ ອີຢູ ທີ່ອາດຈະເກີດຂຶ້ນຄືນໃໝ່ ພາຍຫຼັງໄລຍະເວລາທີ່ງຽບລົງຊົ່ວຄາວນັບແຕ່ເດືອນ ມິຖຸນາ 2018 ດ້ວຍຄໍາໝັ້ນສັນຍາຂອງທ່ານປະທານາທິບໍດີ Donald Trump ແລະ ທ່ານປະທານ EC Jean – Claude Juncker ທີ່ວ່າ ສອງຝ່າຍຈະບໍ່ຈັດວາງອັດພາສີນໍາເຂົ້າປະເພດໃໝ່ໃດໆ ໃນໄລຍະເວລາທີ່ດໍາເນີນການຈາລະຈາກ່ຽວກັບຂໍ້ຕົກລົງການຄ້າຮັດແຄບ.


ຕອບກັບ

ຂ່າວ/ບົດ​ອື່ນ