ອີຢູ ຈັດວາງພາສີລວມມູນຄ່າ 4 ຕື້ USD ເພື່ອໂຕ້ຕອບ ອາເມລິກາ

(VOVWORLD) - ວັນທີ 09 ພະຈິກ, ສະຫະພາບ ເອີຣົບ (ອີຢູ) ໄດ້ອອກແຈ້ງການທີ່ໃຫ້ຮູ້ວ່າ ນັບແຕ່ວັນທີ 10 ພະຈິກ ເປັນຕົ້ນໄປ, ກຸ່ມນີ້ ຈະມີບັນດາມາດຕະການເກັບພາສີໃໝ່ ທີ່ມີມູນຄ່າ 4 ຕື້ USD ສຳລັບສິນຄ້າ ອາເມລິກາ ເພື່ອໂຕ້ຕອບເລື່ອງ ອາເມລິກາ ຈັດວາງອັດຕາພາສີສູງທີ່ມີມູນຄ່າ 7,5 ຕື້ USD ສຳລັບສິນຄ້າສົ່ງອອກຂອງບັນດາປະເທດ ອີຢູ.
ອີຢູ ຈັດວາງພາສີລວມມູນຄ່າ 4 ຕື້ USD ເພື່ອໂຕ້ຕອບ ອາເມລິກາ - ảnh 1 ພາບປະກອບ / Reuters 

   ຂໍ້ຕົກລົງດັ່ງກ່າວ ໂດຍທ່ານ Valdis Dombrovkis ຮອງປະທານຄະນະກຳມະການເອີຣົບ ຮັບຜິດຊອບດ້ານການຄ້າ ປະກາດໃນກອງປະຊຸມຂ່າວໃນວັນທີ 09 ພະຈິກ ຢູ່ ບຣຸກແຊນ ປະເທດ ແບນຊິກ. ຕາມທ່ານ Dombrovkis ແລ້ວ, ອີຢູ ຈຳຕ້ອງຍົກອອກຂໍ້ຕົກລົງທີ່ເປັນໜ້າເສຍດາຍດັ່ງກ່າວ ພາຍຫລັງຝ່າຍ ອາເມລິກາ ບໍ່ມີສັນຍານຜ່ອນສັ້ນຜ່ອນຍາວ ແລະ ຢຸດຕິການເກັບພາສີຕໍ່ບັນດາປະເພດສິນຄ້າສົ່ງອອກຂອງ ອີຢູ.

        ເຖິງວ່າໄດ້ປະກາດຈະຈັດວາງພາສີລົງໂທດ ອາເມລິກາ, ແຕ່ ອີຢູ ກໍ່ເຜີຍໃຫ້ຮູ້ວ່າ ກຸ່ມນີ້ຈະຢຸດຕິການໂຕ້ຕອບໃນທັນທີ ຖ້າ ອາເມລິກາ ຢຸດຕິການຈັດວາງອັດຕາພາສີສູງຕໍ່ບັນດາຜະລິດຕະພັນຂອງ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ