ອີ​ຢູ ຈັດໝູ່​ເກາະ Cayman ​ແລະ Panama ​​​ເຂົ້າ​ໃນບັນຊີດໍາ​ກ່ຽວກັບ​ການຫຼົບໜີພາສີ

(VOVWORLD) -   ວັນທີ 18 ກຸມພາ, ລັດຖະມົນຕີກະຊວງການເງິນບັນດາປະເທດສະມາຊິກສະຫະພາບເອີຣົບ (ອີຢູ) ຖະແຫຼງວ່າ ໄດ້ຈັດໝູ່ເກາະ Panama, ໝູ່ເກາະ Seychelles, ໝູ່ເກາະ Cayman ແລະ Palau ເຂົ້າໃນບັນຊີດໍາກ່ຽວກັບການຫຼົບໜີພາສີ.
ອີ​ຢູ ຈັດໝູ່​ເກາະ Cayman ​ແລະ Panama ​​​ເຂົ້າ​ໃນບັນຊີດໍາ​ກ່ຽວກັບ​ການຫຼົບໜີພາສີ - ảnh 1 (ພາບ: rte.ie)

        ເອກະສານຂອງ ອີຢູ ໄດ້ຊີ້ແຈ້ງວ່າ ໝູ່ເກາະ Seychelles ຢູ່ ອາຟະລິກາຕາເວັນອອກ ຖືກຈັດເຂົ້າບັນຊີດັ່ງກ່າວແມ່ນ ຍ້ອນມີກົນໄກຫຼຸດພາສີພິເສດ ເຊິ່ງໄດ້ກໍ່ຜົນຮ້າຍ”, ໃນຂະນະນັ້ນ ໝູ່ເກາະ Panama ໄດ້ເຕື້ອງເຖິງ ແມ່ນຍ້ອນບໍ່ມີການແລກປ່ຽນຂໍ້ມູນພາສີ ແລະ ເກາະ Palau ຢູ່ປາຊີຟິກ ເຊັ່ນດຽວກັນ. ສ່ວນໝູ່ເກາະ Cayman,  ເຊິ່ງເປັນເຂດດິນແດນຢູ່ນອກປະເທດຂຶ້ນກັບ ອັງກິດ ຢູ່ Caribe ກໍ່ຖືກນໍາເຂົ້າໃນບັນຊີດັ່ງກ່າວ ຍ້ອນບັນດາກອງທຶນເງິນລົງທຶນຢູ່ທີ່ນັ້ນ ບໍ່ສ່ອງແສງໄດ້ການເຄື່ອນໄຫວເສດຖະກິດຕົວຈິງ.       

        ບັນຊີດໍາກ່ຽວກັບການຫຼົບໜີພາສີ ໄດ້ສ້າງຂຶ້ນເມື່ອປີ 2017 ພາຍຫຼັງບັນດາຄວາມລັບກ່ຽວກັບການຫຼົບໜີພາສີ ແລະ ກົນໄກຫຼີກລ້ຽງພາສີຖືກເປີດເຜີຍຢ່າງກວ້າງຂວາງ. ປັດຈຸບັນ, ບັນຊີດັ່ງກ່າວ ລວມມີ 13 ເປົ້າໝາຍ. ບັນດາເປົ້າໝາຍດ່ັງກ່າວ ຕ້ອງປະເຊີນໜ້າກັບຜົນເສຍຫາຍທາງດ້ານອິດທິພົນຊື່ສຽງ, ຈະຖືກພິຈາລະນາຢ່າງເຄັ່ງຄັດກວ່າໃນການຕິດຕໍ່ພົວພັນດ້ານການເງິນ ແລະ ມີຄວາມສ່ຽງບໍ່ໄດ້ຊົມໃຊ້ບັນດາກອງທຶນໜູນຊ່ວຍຈາກ ອີຢູ.


ຕອບກັບ

ຂ່າວ/ບົດ​ອື່ນ