ອີ​ຢູ ຈະ​ຕັດ​ສິນ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາ​ຍາມ​ຂອງ ຢູ​ແກຼນ ໃນ ອາ​ທິດ​ໜ້າ

(VOVWORLD) -“ໃນອາທິດໜ້າ”  EC ຈະຍົກອອກຂໍ້ຕົກລົງກ່ຽວກັບເລື່ອງ ຢູແກຼນ ຈະກາຍເປັນປະເທດສະໝັກເລືອກຕັ້ງເຂົ້າເປັນສະມາຊິກ ສະຫະພາບເອີຣົບ (ອີຢູ) ຫຼືບໍ?
ອີ​ຢູ ຈະ​ຕັດ​ສິນ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາ​ຍາມ​ຂອງ ຢູ​ແກຼນ ໃນ ອາ​ທິດ​ໜ້າ - ảnh 1ທ່ານນາງ Ursula von der Leyen  ປະທານຄະນະກຳມະການເອີຣົບ ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky (ພາບ: TTXVN)

ວັນທີ 11 ມິຖຸນາ, ທ່ານນາງ Ursula von der Leyen  ປະທານຄະນະກຳມະການເອີຣົບ (EC) ໃຫ້ຮູ້ວ່າ “ໃນອາທິດໜ້າ”  EC ຈະຍົກອອກຂໍ້ຕົກລົງກ່ຽວກັບເລື່ອງ ຢູແກຼນ ຈະກາຍເປັນປະເທດສະໝັກເລືອກຕັ້ງເຂົ້າເປັນສະມາຊິກ ສະຫະພາບເອີຣົບ (ອີຢູ) ຫຼືບໍ?

ກ່າວຄຳເຫັນທີ່ການພົບປະເຈລະຈາກັບທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໃນການຢ້ຽມຢາມ Kiev ແບບບັງເອີນ, ທ່ານນາງ Ursula von der Leyen ເວົ້າວ່າ: “ການປຶກສາຫາລືໃນມື້ນີ້ ຈະຊ່ວຍໃຫ້ພວກຂ້າພະເຈົ້າ (ອີຢູ) ສິ້ນສຸດການຕີລາຄາຂອງຕົນໃນອາທິດນີ້”.

ພາຍຫຼັງທີ່ ລັດເຊຍ ປຸກລະດົມບັ້ນຮົບການທະຫານພິເສດຢູ່ ຢູແກຼນ ໃນທ້າຍເດືອນ ກຸມພາ, Kiev ໄດ້ຍື່ນຂໍ້ສະເໜີໃບຄຳຮ້ອງຂໍເປັນສະມາຊິກ ອີຢູ.

ເຖິງຢ່າງໃດກໍຕາມ, ປັດຈຸບັນ, ຫຼາຍປະເທດສະມາຊິກ ອີຢູ ພວມໂຕ້ຖຽງກັນກ່ຽວກັບຄຳຮຽກຮ້ອງຂອງ ຢູແກຼນ ທີ່ຢາກຍູ້ໄວວິວັດທະນາການເຂົ້າເປັນສະມາຊິກຂອງ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ