ອີ​ຢູ ຊຸກ​ຍູ້​​ຂັ້ນ​ຕອນ​ການ​ຮັບ​ເອົາ ບຸ​ນ​ກາ​ຣີ, ກ​ຣົວ​ຊີ ແລະ ໂຣ​ມາ​ເນຍ ເຂົ້າ​ເປັນ​ສະ​ມາ​ຊິກ​ເຂດ Schengen

(VOVWORLD) -ວັນທີ 16 ພະຈິກ, ຄະນະກຳມະການ ເອີຣົບ (EC) ຮຽກຮ້ອງໃຫ້ເອົາ ບຸນກາຣີ, ກຣົວຊີ ແລະ ໂຣມາເນຍ ເຂົ້າປັນສະມາຊິກເຂດຍົກເວັ້ນວີຊາ Schengen (ເຊິ່ງປັດຈຸບັນມີ 26 ປະເທດສະມາຊິກແລ້ວ, ນັບແຕ່ ອຽກລັງ ໄດ້ຮອດ ເກຼັກ), ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາລະຫວ່າງບັນດາປະເທດເຫຼົ່ານີ້ ແລະ ບັນດາປະເທດ ເອີຣົບເກືອບທັງໝົດ.
ອີ​ຢູ ຊຸກ​ຍູ້​​ຂັ້ນ​ຕອນ​ການ​ຮັບ​ເອົາ ບຸ​ນ​ກາ​ຣີ, ກ​ຣົວ​ຊີ ແລະ ໂຣ​ມາ​ເນຍ ເຂົ້າ​ເປັນ​ສະ​ມາ​ຊິກ​ເຂດ Schengen - ảnh 1(ພາບປະກອບ:  Best Citizenships)

ບຸນກາຣີ ແລະ ໂຣມາເນຍ ໄດ້ປະຕິບັດສຳເລັດຂັ້ນຕອນການຕີລາຄາຂໍເຂົ້າເປັນສະມາຊິກຂອງເຂດ Schengen ໃນປີ 2011 ແຕ່ສະພາເອີຣົບ ຍັງທ່ວງເວລາການອອກຂໍ້ຕົກລົງຮັບເອົາເປັນສະມາຊິກໃນຕະຫຼອດໄລຍະ 11 ປີກວ່າ.

ໃນຂະນະນັ້ນ, ກຣົວຊີ ໄດ້ຮັບການຮັບຮອງຈາກສະພາ ວ່າ ມີເງື່ອນໄຂຢ່າງຄົບຖ້ວນເພື່ອເຂົ້າເປັນສະມາຊິກເຂດ Schengen ໃນເດືອນ ທັນວາ 2021.

        ຄາດວ່າ ລັດຖະບານບັນດາປະເທດສະມາຊິກ ອີຢູ ຈະບ່ອນບັດກ່ຽວກັບການຮັບເອົາ 3 ປະເທດດັ່ງກ່າວເຂົ້າເປັນສະມາຊິກຂອງເຂດ Schengen ໃນກອງປະຊຸມຂັ້ນລັດຖະມົນຕີບັນດາປະເທດ ເຊິ່ງຈະຈັດຂຶ້ນໃນວັນທີ 08 ທັນວາ ຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ